วันศุกร์ที่ 9 ธันวาคม พ.ศ. 2559

ການຈະເລີນເຕີບໂຕຂອງໄມ້ໃນຄະນະວິທະຍາສາດປ່າໄມ້ ( ຫຼັງຕຶກ C )

ປ່າໄມ້ແມ່ນຊັບພະຍາກອນທໍາມະຊາດທີ່ມີຄຸນຄ່າ ແລະ ມີຄຸນປະໂຫຍດຢ່າງໃຫຍ່ຫຼວງທາງດ້ານເສດຖະກິດ - ສັງຄົມ ແລະ ທີ່ສໍາຄັນແມ່ນມັນມີຄຸນຄ່າຕໍ່ການດໍາລົງຄົງຕົວຂອງມະນຸດ, ອັນເຮັດໃຫ້ຊີວິດຂອງປະຊາຊົນດີຂື້ນ, ດັ່ງນັ້ນຈຶ່ງເປັນພື້ນຖານທີ່ແທ້ຈິງຂອງວະນະວັດວິທະຍາທໍາມະຊາດທີ່ກ່ຽວຂ້ອງກັບປັດໃຈສິ່ງແວດລ້ອມເຊິ່ງມີຜົນຕໍ່ການຈະເລີນເຕີບໂຕຂອງຕົ້ນໄມ້ ແລະ ປ່າໄມ້.
ວຽກງານການຟື້ນຟູປ່າໄມ້ກໍ່ເປັນວຽກງານໜຶ່ງທີ່ຈໍາເປັນສໍາລັບປປະເທດເຮົາເພາະວ່າປະຈຸບັນເນື້ນທີ່ປ່າໄມ້ທາງທໍາມະຊາດນັບມື້ນັບຫຼຸດໜ້ອຍຖອຍລົງ ດັ່ງນັ້ນຈຶ່ງໄດ້ຊອກຫາວິທີທາງການຟື້ນຟູປ່າໂດຍຖືເອົາການປູກເສີມກ້ອງປ່າໃນພື້ນທີ່ປ່າຊຸດໂຊມ ແລະ ປະປ່ອຍໃຫ້ມັນຟື້ນຟູເອງຕາມທໍາມະຊາດ, ການສືບພັນຕາມທໍາມະຊາດກໍ່ແມ່ນວຽກງານໜຶ່ງເຊິ່ງນອນຢູ່ໃນວຽກງານການຟື້ນຟູປ່າໄມ້, ເມຶ່ອປຽບທຽບກັບວຽກງານການຟື້ນຟູປ່າຄືນໃໝ່ແລ້ວເຫັນວ່າວຽກງານການສືບພັນຕາມທໍາມະຊາດນັ້ນງ່າຍກ່ວາ ເພາະວ່າເປັນຂັ້ນຕອນທີ່ກະທັດຫັດ ແລະ ເບົາກ່ວາການປູກສ້າງສວນປ່າ. ການສືບພັນຕາມທໍາມະຊາດແມ່ນປ່ວຍໃຫ້ມັນເກີດຂື້ນເອງຕາມທໍາມະຊາດ ແລະ ການສືບພັນຕາມທໍາມະຊາດນັ້ນກໍ່ສາມາດເປັນໄປໄດ້ກັບໄມ້ບາງຊະນິດເຊັ່ນ: ໄມ້ສະຟາງ ເຊິ່ງໄມ້ຊະນິດນີ້ເປັນໄມ້ທີ່ສາມາດເກີດຂື້ນໄດ້ດີໃນເຂດປ່າເຫຼົ່າ ແລະ ປ່າໂຄກ.
ສະນັ້ນການປົກປັກຮັກສາປ່າໄມ້ຈຶ່ງມີຄວາມສໍາຄັນຕໍ່ກັບມະນຸດເຮົາ ແລະ ປະເທດເຮົາເພາະວ່າມັນຊ່ວຍຮັກສາສິ່ງແວດລ້ອມ, ຕ້ານການເຊາະເຈື່ອນຂອງດິນ, ຫຼຸດຜ່ອນຄວາມແຮງຂອງເມັດຝົນທີ່ຕົກລົງກະທົບໃສ່ກັບໜ້າດິນ.
ສະນັ້ນຈຶ່ງໄດ້ມີການສໍາຫຼວດປ່າໄມ້ໃນຂອບເຂດບໍ່ລິເວນຂອງຄະນະວິທະຍາສາດປ່າໄມ້ເຖິ່ງສະພາບປ່າເພຶ່ອການຟື້ນຟູ ແລະ ອານຸລັກປ່າໄມ້ເລີ່ມຕົ້ນຈາກບ່ອນທີ່ໃກ້ຫາໄກ.







ວິຊາວະນະວັດວິທະຍາກໍ່ແມ່ນວິຊາໜຶ່ງທີ່ມີຄວາມສໍາຄັນຫຼາຍຕໍ່ກັບສິ່ງແວດລ້ອມ ແລະ ລະບົບນິເວດ. ເປັນການສຶກສາກ່ຽວກັບປ່າໄມ້ ແລະ ໃຫ້ນັກສຶກສາສາມາດໄດ້ລົງປະຕິບັດຕົວຈິງ ແລະ ເຂົ້າໃນກ່ຽວກັບການນໍາໃຊ້ອຸປະກອນທີ່ເຂົ້າໃນການວັດແທກຄື ວັດແທກໜ໊າຕ້າງ ແລະ ລວງສູງຂອງຕົ້ນໄມ້ ທີ່ກ່ຽວຂ້ອງກັບການພັດທະນາ ແລະ ການຈະເລີນເຕີບໂຕຂອງໄມ້, ນອກຈາກນີ້ຍັງໄດ້ມີການລົງເກັບກໍາຂໍ້ມູນກ່ຽວກັບການຈະເລີນເຕີບໂຕຂອງພັນໄມ້ດັ່ງກ່າວເພຶ່ອຮັບຮູ້ຂໍ້ມູນຂອງໄມ້ໃນຄະນະວິທະຍາສາດປ່າໄມ້.

-    ສຶກສາການຈະເລີນເຕີບໂຕທາງດ້ານໜ້າຕ້າງ ແລະ ລວງສູງຂອງໄມ້ດອນຂະໜາດ
( 100 × 100, 5 ×  5, 1  × 1 ) ແມັດ
-    ສຶກສາການຈະເລີນເຕີບໂຕຂອງຊັ້ນເຮືອນຍອດ
-    ສຶກສາປະເມີນຄວາມໜາແໜ້ນຂອງຕົ້ນໄມ້ຕໍ່ກັບພື້ນທີ່
-    ສຶກສາຄວາມຫຼາກຫຼາຍທາງດ້ານຊະນິດພັນ
-    ສຶກສາການເພີ່ມຂື້ນຕໍ່ປີ

ໃນການສຶກສາຄັ້ງນີ້ແມ່ນຈະໄດ້ສຶກສາພຽງແຕ່ການຈະເລີນເຕີບໂຕທາງດ້ານໜ້າຕ້າງ ແລະ ລວງສູງຂອງໄມ້ດອນຂະໜາດ ( 100 X 100, 5 X 5, 1 X 1 ) ແມັດ, ປະເມີນຄວາມໜາແໜ້ນຂອງຕົ້ນໄມ້ຕໍ່ກັບພື້ນ, ການຈະເລີນເຕີບໂຕຂອງຊັ້ນເຮືອນຍອດ,ສາຄວາມຫຼາກຫຼາຍທາງດ້ານຊະນິດພັນ, ທີ່ທີ່ໄດ້ວາງດອນຕົວຢ່າງກາຍສໍາຫຼວດໃນປ່າໄມ້ຂອງຄະນະວິທະຍາສາດປ່າໄມ້



  ນິຍາມສັບ
ແມ່ນການຄໍານວນສັດສ່ວນໃດໜຶ່ງທີ່ແນ່ນອນຂອງຕົ້ນໄມ້ໜຶ່ງ, ກຸ້ມຕົ້ນໄມ້ໃດໜຶ່ງໃນເນື້ອທີ່ ຫຼື ອາດຈະໝົດປ່າເຊິ່ງອາດຈະແມ່ນໄມ້ຢືນຕົ້ນ ຫຼື ໄມ້ທີ່ຖືກຕັດປໍ້າລົງແລ້ວເຊັ່ນ: ວັດແທກໜ້າຕ້າງ, ວັດຮອບ, ລວງສູງ, ລວງຍາວ, ຄວາມໜາຂອງເປືອກ, ບໍລິມາດ,​ອາຍຸ, ລວງກ້ວາງ, ລວງຍາວ, ການປົກຫຸ້ມຂອງເຮືອນຍອດ ແລະ ອື່ນໆ... (​ ອາຈານ ສາຍຄໍາ ມາລີຈັນ ຄູ່ມືການສອນ )
ການສໍາຫຼວດແມ່ນການລົງພື້ນທີ່ເພື່ອເກັບກໍາຂໍ້ມູນຊັບພະຍາກອນປ່າໄມ້, ຕົ້ນໄມ້, ທາງດ້ານປະລິມານ, ຄຸນນະພາບທີ່ຕັ້ງ ແລະ ຂໍ້ມູນເງື່ອນໄຂຂອງສິ່ງແວດລ້ອມຕາມຊ່ວງໄລຍະເວລາ ( ດຣ ຊໍ່ ວື )

ການສຶກສາຄັ້ງນີ້ແມ່ນສຶກສາຢູ່ໃນຂອບເຂດຮົ້ວຂອງຄະນະວິທະຍາສາດປ່າໄມ້ການລົງພື້ືນທີ່ສຶກສາຄັ້ງນີ້ແມ່ນລົງສໍາຫຼວດຢູ່ສວນປ່າທໍາມະຊາດຫຼັງຕຶກຊີ (C) ເຊີ່ງນອນຢູ່ໃນຈຸດພິກັດທີ່ 18º02’ 19.3’’N ແລະ 102º37’46.9’’E ແຕ່ລະທິດມີຊາຍແດນດັ່ງນີ້:
-    ທິດເໜືອຕິດກັບບ້ານນາທົມ
-    ທິດໃຕ້ຕິດກັບບ້ານຕານມີໄຊ
-    ທິດຕາເວັນອອກຕິດກັບຕານມີໄຊ
-    ທິດຕາເວັນຕົກຕິດກັບດົງໂດກ



ສໍາລັບອຸປະກອນໃນການສຶກສາພາກປະຕິບັດໂຕຈິງໃນພາກສະໜາມຄັ້ງນີ້ແມ່ນຈະໄດ້ມີການນໍາໃຊ້ທີ່ແຕກຕ່າງກັນດັ່ງນີ້:
-    ພ້າ, ມີດ ໃຊ້ສໍາລັບຖາງເພຶ່ອເຂົ້າໄປວັດແທກ
-    ແມັດກໍ້ ໃຊ້ວັດແທກລວງຍາວຂອງດອນຕົວຢ່າງ ແລະ ໃຊ້ວັດແທກລວງຮອບຂອງຕົ້ນໄມ້
-    ຟອມບັນທຶກ ໃຊ້ບັນທຶກຂໍ້ມູນການວັດແທກ
-    ກອ້ງຖ່າຍຮູບ
-    ເຊືອກຟາງ

ໃນການສຶກສາຄັ້ງນີ້ແມ່ນຈະໄດ້ສຶກສາຢູ່ 2 ວິທີຄື: ການສຶກສາຂໍ້ມູນມືໜຶ່ງ (ພາກສະໜາມຕົວຈິງ) ແລະ ສຶກສາຂໍ້ມູນມືສອງ (ພາກຫ້ອງການ)

4.2.1  ສຶກສາຂໍ້ມູນມືໜຶ່ງ (ພາກສະໜາມຕົວຈິງ)
ການສຶກສາພາກສະໜາມຕົວຈິງນີ້ແມ່ນພວກເຮົາຈະໄດ້ປະຕິບັດກັນດັ່ງນີ້: ພວກເຮົາຈະໄດ້ມີການຖາງແລວເພື່ອເຂົ້າໄປວັດແທກ, ຈະໄດ້ມີການວັດແທກຈຸດເພື່ອສ້າງດອນຕົວຢ່າງໃນການສໍາຫຼວດໂດຍການສ້າງດອນ 100x100ແມັດ, ດອນ 5x5 ແມັດ ແລະ ດອນ 1x1 ແມັດ, ເນັ່ງເຊືອກຟາງອ້ອມເອົາຂອບເຂດທີ່ຈະສຶກສາ, ການວັດແທກໜ້າຕ້າງ ແລະ ລວງສູງຂອງຕົ້ນໄມ້. ຫຼັງຈາກໄດ້ຂໍ້ມູນຈາກການສໍາຫຼວດແລ້ວກໍ່ຈະນໍາເອົາຂໍ່ມູນດັ່ງກ່ວາມາຄິດໄຫຼ່ຫາບໍລິມາດຂອງຕົ້ນໄມ້, ຄິດໄຫຼ່ຄວາມໜາແໜ້ນຂອງຕົ້ນໄມ້ຕໍ່ກັບພື້ນທີ່ໂດຍການນໍາໃຊ້ເຂົ້າໃນ Microsoft Excel.

4.2.2 ສຶກສາຂໍ້ມູນມືສອງ (ພາກຫ້ອງການ)
ການສຶກສາເອົາຂໍ້ມູນມືສອງນີ້ແມ່ນໄດ້ສຶກສາຕາມປື້ມ, ຕໍາລາ, ຫໍສະໝຸດ, ປື້ມລຸ້ນອ້າຍເອື້ອຍ ແລະ ເອກະສານທີ່ກ່ຽວຂ້ອງເພຶ່ອນໍາເອົາມາເບິ່ງແບບຢ່າງ, ວິທີການໃນການສຶກສາຫາຂໍ້ມູນເພີ່ມເຕີມເພຶ່ອສະດວກໃນການສຶກສາຄັ້ງນີ້.
ການສ້າງດອນຕົວຢ່າງ:

v    ພາກຄິດໄລ່ຫາບໍລິມາດ ແລະ ຄວາມໜາແໜ້ນ
      - ສູດຄິດໄລ່ຫາບໍລິມາດຕໍ່ດອນ
      V : D2 ×  × h × f
      D : ຂະໜາດໜ້າຕ້າງພຽງເອີກ
       : 0.7854
      H : ລວງສູງຂອງຕົ້ນໄມ້
      f : ຄ່າຕົວຄູນຄວາມສ້ວຍ : 0.65
-    ສູດຄິດໄລ່ທາງຄວາມໜ້າແໜ້ນ
D :  
S : ເນື້ອທີ່ຂອງດອນ
N : ຈໍານວນຕົ້ນໄມ້ທັງໝົດ
D : ຄວາມໜາແໜ້ນຂອງຕົ້ນໄມ້ (ຕົ້ນຕໍ່ເຮັກຕາ)





    ຜົນການສຶກສາໃນຄັ້ງນີ້ແມ່ນໄດ້ ສຶກສາຕາມ 5 ຈຸດປະສົງຫຼັກລາຍລະອຽດດັ່ງນີ້ :
ໃນການາກສະໜາມລົງພວັດແທກໂຕຈິງຂອງໄມ້ໃນດອນຕົວຢ່າງສາມາດໄດ້ຂໍ້ມູນ ແລະ ລາຍລະອຽດດັ່ງນີ້:
1.      ດອນຕົວຢ່າງ 100 x 100 ແມັດ
ໃນການວັດແທກໄມ້ໃນດອນຕົວຢ່າງ 100 x 100 ແມັດ ທີ່ກໍານົດເອົາພຽງແຕ່ໄມ້ທີ່ມີໜ້າຕ້າງແຕ່ 19 ຊັງຕີແມັດ ຂື້ນໄປນີ້ສາມາດຮັບຮູ້ໄດ້ວ່າໄມ້ທີ່ມີຢູ່ໃນດອອນນັ້ນມີທັງໝົດພຽງແຕ່ 26 ຕົ້ນເທົ່ານັ້ນເຊິ່ງຈະມີໄມ້ຄື:
-    ໄມ້ດູ່ມີຈໍານວນ 12 ຕົ້ນ
-    ໄມ້ແຕ້ມີຈໍານວນ 7 ຕົ້ນ
-    ໄມ້ຕ້ອງມີຈໍານວນ 3 ຕົ້ນ
-    ໄມ້ຍົມຜາມີຈໍານວນ 2 ຕົ້ນ
-    ໄມ້ສັກມີຈໍານວນ 2 ຕົ້ນ
ໃນຈໍານວນໄມ້ທັງໝົດທີ່ວັດແທກໄດ້ນັ້ນແມ່ນມີໜ້າໜ້າຕ້າງໃຫຍ່ສຸດແມ່ນໄມ້ດູ່ເຊິ່ງມີ 300 ຊັງຕີແມັດ, ໄມ້ທີ່ມີໜ້າຕ້າງນ້ອຍສຸດແມ່ນໄມ້ສັກມີ 65 ຊັງຕີແມັດ, ລວງສູງໃຫຍ່ສູງສຸດແມ່ນໄມ້ດູ່ມີ 28 ແມັດ, ໄມ້ທີ່ມີລວງສູງນ້ອຍສຸດແມ່ນໄມ້ສັກ ແລະ ໄມ້ຕ້ອງ ແມ່ນ 16 ແມັດ ມີລວງສູງສະເລ່ຍແມ່ນມີ 20.73 ແມັດ, ບໍລິມາດໃຫຍ່ສຸດແມ່ນໄມ້ດູ່ມີ 12.582 ແມັດກ້ອນ, ບໍລິມາດນ້ອຍສຸດແມ່ນໄມ້ສັກມີ 0.35 ແມັດກ້ອນ, ມີບໍລິມາດທັງໝົດແມ່ນ 73.109 ແມັດກ້ອນ ແລະ ມີບໍລິມາດສະເລ່ຍແມ່ນ 5.415 ແມັດກ້ອນ ລາຍລະອຽດດັ່ງຕາຕະລາງດັັ່ງລຸ່ມນີ້:

ຕາຕະລາງທີ່ 1 : ການຈະເລີນເຕີບໂຕຂອງໄມ້ໃນດອນຕົວຢ່າງ 100 x 100 ແມັດ
ລໍາດັບ
ຊະນິດໄມ້
ວັດຮອບ cm
ໜ້າຕ້າງ cm
ໜ້າຕ້າງ m
ລວງສູງ m
ບໍລິມາດ m3
1
ໄມ້ດູ່
300
95.5414
0.955414
27
12.582045
2
ໄມ້ດູ່
270
85.98726
0.859873
25
9.4365337
3
ໄມ້ດູ່
101
32.16561
0.321656
20
1.056374
4
ໄມ້ດູ່
150
47.7707
0.477707
22
2.5630091
5
ໄມ້ດູ່
157
50
0.5
23
2.9354325
6
ໄມ້ດູ່
150
47.7707
0.477707
21
2.4465087
7
ໄມ້ດູ່
250
79.61783
0.796178
28
9.0611435
8
ໄມ້ດູ່
175
55.73248
0.557325
25
3.9642503
9
ໄມ້ດູ່
193
61.46497
0.61465
22
4.2430901
10
ໄມ້ດູ່
184
58.59873
0.585987
18
3.1553905
11
ໄມ້ດູ່
214
68.15287
0.681529
23
5.4538142
12
ໄມ້ດູ່
281
89.49045
0.894904
21
8.5857234
13
ໄມ້ແຕ້
78
24.84076
0.248408
18
0.5670308
14
ໄມ້ແຕ້
76
24.20382
0.242038
20
0.598139
15
ໄມ້ແຕ້
82
26.11465
0.261146
17
0.5918635
16
ໄມ້ແຕ້
75
23.88535
0.238854
18
0.5242519
17
ໄມ້ແຕ້
70
22.29299
0.22293
20
0.507424
18
ໄມ້ແຕ້
69
21.97452
0.219745
21
0.5176812
19
ໄມ້ແຕ້
85
27.07006
0.270701
19
0.710782
20
ໄມ້ຕ້ອງ
77
24.52229
0.245223
17
0.5218856
21
ໄມ້ຕ້ອງ
89
28.34395
0.283439
19
0.7792532
22
ໄມ້ຕ້ອງ
71
22.61146
0.226115
16
0.4176203
23
ໄມ້ຍົມຜາ
68
21.65605
0.216561
23
0.550669
24
ໄມ້ຍົມຜາ
71
22.61146
0.226115
21
0.5481267
25
ໄມ້ສັກ
65
20.70064
0.207006
16
0.350019
26
ໄມ້ສັກ
67
21.33758
0.213376
19
0.4416194




2.      ດອນຕົວຢ່າງ 5x5 ແມັດ
ຕາຕະລາງ 2 : ການຈະເລີນເຕີບໂຕຂອງໄມ້ໃນດອນຕົວຢ່າງ 5x5 ແມັດ
ແບບຟອມບັນທຶກການສໍາຫຼວດໄມ້ໃນດອນ 5x5 m ດອນທີ່ 1
ລໍາດັບ
ຊະນິດໄມ້
ໜ້າຕ້າງ cm
ໜ້າຕ້າງ m
ລວງສູງ m
ບໍລິມາດ m3
ໝາຍເຫດ
1
ໄມ້ແຕ້
14
0.14
14
0.1400839

2
ໄມ້ແຕ້
15
0.15
17
0.1952701

3
ໄມ້ແຕ້
12
0.12
13
0.0955675

4
ຂີ້ເຫຼັກບ້ານ
11
0.11
9
0.0555945

5
ໄມ້ແຕ້
10
0.1
11
0.0561561

ແບບຟອມບັນທຶກການສໍາຫຼວດໄມ້ໃນດອນ 5x5 m ດອນທີ່ 2
ລໍາດັບ
ຊະນິດໄມ້
ໜ້າຕ້າງ cm
ໜ້າຕ້າງ m
ລວງສູງ m
ບໍລິມາດ m3
ໝາຍເຫດ
1
ໄມ້ຍົມຜາ
17
0.17
11
0.1622911

2
ໄມ້ຕ້ອງ
14
0.14
9
0.090054

3
ໄມ້ມ່ວງ
12
0.12
12
0.0882161

4
ໄມ້ຍົມຜາ
12
0.12
7
0.0514594

5
ໄມ້ສົມພໍ້
15
0.15
11
0.1263512

ແບບຟອມບັນທຶກການສໍາຫຼວດໄມ້ໃນດອນ 5x5 m ດອນທີ່ 3
ລໍາດັບ
ຊະນິດໄມ້
ໜ້າຕ້າງ cm
ໜ້າຕ້າງ m
ລວງສູງ m
ບໍລິມາດ m3
ໝາຍເຫດ
1
ໄມ້ລໍາໄຍ
15
0.15
11
0.1263512

2
ໄມ້ສົມພໍ້
13
0.13
8
0.069021

3
ໄມ້ຕ້ອງ
14
0.14
7
0.070042

4
ຂີ້ເຫຼັກບ້ານ
12
0.12
12
0.0882161

ແບບຟອມບັນທຶກການສໍາຫຼວດໄມ້ໃນດອນ 5x5 m ດອນທີ່ 4
ລໍາດັບ
ຊະນິດໄມ້
ໜ້າຕ້າງ cm
ໜ້າຕ້າງ m
ລວງສູງ m
ບໍລິມາດ m3
ໝາຍເຫດ
1
ໄມ້ຍົມຜາ
12
0.12
11
0.0808648

2
ໄມ້ຕ້ອງ
17
0.17
8
0.1180299

3
ໄມ້ຕ້ອງ
14
0.14
7
0.070042

4
ໄມ້ຕີນເປັດ
8
0.08
12
0.0392072

5
ໄມ້ແຕ້
15
0.15
9
0.1033783

6
ໄມ້ແຕ້
10
0.1
7
0.0357357

ແບບຟອມບັນທຶກການສໍາຫຼວດໄມ້ໃນດອນ 5x5 m ດອນທີ່ 5
ລໍາດັບ
ຊະນິດໄມ້
ໜ້າຕ້າງ cm
ໜ້າຕ້າງ m
ລວງສູງ m
ບໍລິມາດ m3
ໝາຍເຫດ
1
ໄມ້ຍົມຜາ
14
0.14
11
0.110066

2
ໄມ້ຕ້ອງ
5
0.05
8
0.0102102

3
ໄມ້ແຕ້
11
0.11
7
0.0432402

4
ໄມ້ມ່ວງ
13
0.13
12
0.1035314



3.      ດອນຕົວຢ່າງໄມ້ສຶບພັນ 1x1 ແມັດ
ລໍາດັບ
ຊະນິດໄມ້
ຈໍານວນ
ໝາຍເຫດ
1
ໄມ້ຍົມຜາ
3

2
ໄມ້ກະຖິນ
1

3
ໄມ້ມ່ວງ
1





 5.2 ການຈະເລີນເຕີບໂຕຂອງຊັ້ນເຮືອນຍອດ

ການຈະເລີນຂອງຊັ້ນເຮືອນຍອດແມ່ນມີຄວາມແຕກຕ່າງກັນຫຼາຍເນື່ອງຈາກວ່າເປັນປ່າທໍາມະຊາດຊັ້ນເຮືອນຍອດຈຶ່ງບໍ່ມີຄວາມສະໝໍາສະເໜີກັນ. ເພາະວ່າການເກີດ, ການຈະເລີນເຕີບໂຕຂອງໄມ້ນັ້ນບໍ່ສະໝໍ່າສະເໝີບໍ່ຄືກັນກັບໄມ້ປູກທີ່ປູກປີດຽວກັນ, ພ້ອມກັນ ການຈະເລີນເຕີບໂຕຂອງຊັ້ນເຮືອນຍອດຈຶ່ງສະໜໍ່າສະເໝີກັນເຖິງວ່າບໍ່ມີຄວາມສະໝໍ່າສະເໝີກັນມັນກໍ່ບໍ່ແຕກຕ່າງກັນຫຼາຍເກີນ 20%

5.3 ສຶກສາຄວາມໜາແໜ້ນ

ຈາກການລົງສໍາຫຼວດ ແລະ ວັດແທກຕົວຈິງສາມາດຮັບຮູ້ກ່ຽວກັບຄວາມໜາແໜ້ນຂອງຕົ້ນໄມ້ທັງໝົດຕໍ່ກັບພື້ນທີ່ທັງໝົດຄື:
-    ໄມ້ດູ່ : ໃນດອນຕົວຢ່າງນັ້ນສາມາດວັດແທກໄດ້ທັງໝົດມີ 12 ຕົ້ນຕໍ່ກັບເຮັກຕ້າ ເຊິ່ງກວມເອົາ 0.12 % ຂອງເນື້ອທີ່ທັງໝົດ
-    ໄມ້ແຕ້ : ໃນດອນຕົວຢ່າງນັ້ນສາມາດວັດແທກໄດ້ທັງໝົດມີ 14 ຕົ້ນຕໍ່ກັບເຮັກຕ້າ ເຊິ່ງກວມເອົາ 0.14 % ຂອງເນື້ອທີ່ທັງໝົດ
-    ໄມ້ຕ້ອງ : ໃນດອນຕົວຢ່າງນັ້ນສາມາດວັດແທກໄດ້ທັງໝົດມີ 7 ຕົ້ນຕໍ່ກັບເຮັກຕ້າ ເຊິ່ງກວມເອົາ 0.07 % ຂອງເນື້ອທີ່ທັງໝົດ
-    ໄມ້ຍົມຜາ : ໃນດອນຕົວຢ່າງນັ້ນສາມາດວັດແທກໄດ້ທັງໝົດມີ 6 ຕົ້ນຕໍ່ກັບເຮັກຕ້າ ເຊິ່ງກວມເອົາ 0.06 % ຂອງເນື້ອທີ່ທັງໝົດ
-    ໄມ້ສັກ : ໃນດອນຕົວຢ່າງນັ້ນສາມາດວັດແທກໄດ້ທັງໝົດມີ 2 ຕົ້ນຕໍ່ກັບເຮັກຕ້າ ເຊິ່ງກວມເອົາ 0.02 % ຂອງເນື້ອທີ່ທັງໝົດ
-    ໄມ້ມ່ວງ : ໃນດອນຕົວຢ່າງນັ້ນສາມາດວັດແທກໄດ້ທັງໝົດມີ 2 ຕົ້ນຕໍ່ກັບເຮັກຕ້າ ເຊິ່ງກວມເອົາ 0.02 % ຂອງເນື້ອທີ່ທັງໝົດ
-    ໄມ້ເຫຼັກບ້ານ : ໃນດອນຕົວຢ່າງນັ້ນສາມາດວັດແທກໄດ້ທັງໝົດມີ 2 ຕົ້ນຕໍ່ກັບເຮັກຕ້າ ເຊິ່ງກວມເອົາ 0.02 % ຂອງເນື້ອທີ່ທັງໝົດ
-    ໄມ້ຕີເປັດ : ໃນດອນຕົວຢ່າງນັ້ນສາມາດວັດແທກໄດ້ທັງໝົດມີ 1 ຕົ້ນຕໍ່ກັບເຮັກຕ້າ ເຊິ່ງກວມເອົາ 0.01 % ຂອງເນື້ອທີ່ທັງໝົດ
-    ໄມ້ສົມພໍ້ : ໃນດອນຕົວຢ່າງນັ້ນສາມາດວັດແທກໄດ້ທັງໝົດມີ 1 ຕົ້ນຕໍ່ກັບເຮັກຕ້າ ເຊິ່ງກວມເອົາ 0.01 % ຂອງເນື້ອທີ່ທັງໝົດ

5.4 ຄວາມຫຼາກຫຼາຍທາງດ້ານຊະນິດພັນ

ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນນີ້ບໍ່ຄ່ອຍຈະອຸດົມສົມບູນເພາະວ່າເປັນປ່າທີ່ວ່າບໍ່ຄ່ອຍຈະມີຄວາມໜາແໜ້ນຫຼາຍທາງດ້ານໂຄງສ້າງຂອງປ່າ ແລະ ຕົ້ນໄມ້, ສ່ວນຫຼາຍເຂດປ່ານີ້ຈະເປັນໄມ້ດູ່ເປັນໄມ້ເດັ່ນເພາະວ່າໄມ້ດູ່ມັນເປັນໄມ້ເກົ່າແກ່ ແລະ ມີຂະໜາດໃຫຍ່ກ່ວາໝູ່ໃນເຂດນັ້ນ. ປະເພດເຄື່ອງປ່າຂອງດົງໃນເຂດນີ້ສ່ວນໃຫຍ່ແມ່ນ ຢານາງ ສ່ວນວ່າສັດປ່ານັ້ນຈະບໍ່ຄ່ອຍປະກົດເຫັນ.

5.5 ການເພີ່ມຂື້ນຕໍ່ປີ

ການຈະເລີນເຕີບໂຕຂອງຕົ້ນໄມ້ນີ້ຕາມມາດຕະຖານນີ້ແມ່ນ ຈະເລີນເຕີບໂຕທາງດ້ານໜ້າຕ້າງ 1 ຊັງຕີແມັດ ຕໍ່ປີ ສ່ວນວ່າໄມ້ທີ່ມີການຈະເລີນເຕີບໂຕທາງດ້ານໜ້າຕ້າງນ້ອຍກວ່າ ແລະ ຫຼາຍກວ່າ 1 ຊັງຕີແມັດນັ້ນກໍ່ຂື້ນກັບພື້ນທີ່ ແລະ ສະພາບແວດລ້ອມອ້ອມຂ້າງຂອງທີ່ຕັ້ງ



- ດອນຕົວຢ່າງ 100x100 ແມັດ
ຜ່ານການສຶກສາຂ້າງເທິງນັ້ນແມ່ນສະຫຼຸບໄດ້ດັ່ງນີ້: ໃນຈໍານວນໄມ້ທັງໝົດທີ່ວັດແທກໄດ້ນັ້ນແມ່ນມີໜ້າໜ້າຕ້າງໃຫຍ່ສຸດແມ່ນໄມ້ດູ່ເຊິ່ງມີ 300 ຊັງຕີແມັດ, ໄມ້ທີ່ມີໜ້າຕ້າງນ້ອຍສຸດແມ່ນໄມ້ສັກມີ 65 ຊັງຕີແມັດ, ລວງສູງໃຫຍ່ສູງສຸດແມ່ນໄມ້ດູ່ມີ 28 ແມັດ, ໄມ້ທີ່ມີລວງສູງນ້ອຍສຸດແມ່ນໄມ້ສັກ ແລະ ໄມ້ຕ້ອງ ແມ່ນ 16 ແມັດ ມີລວງສູງສະເລ່ຍແມ່ນມີ 20.73 ແມັດ, ບໍລິມາດໃຫຍ່ສຸດແມ່ນໄມ້ດູ່ມີ 12.582 ແມັດກ້ອນ, ບໍລິມາດນ້ອຍສຸດແມ່ນໄມ້ສັກມີ 0.35 ແມັດກ້ອນ, ມີບໍລິມາດທັງໝົດແມ່ນ 73.109 ແມັດກ້ອນ ແລະ ມີບໍລິມາດສະເລ່ຍແມ່ນ 5.415 ແມັດກ້ອນ
- ດອນຕົວຢ່າງ 5x5 ແມັດ
ຈໍານວນດອນມີທັງໝົດ 5 ດອນ ແລະດອນທີ່ມີບໍລິມາດຫຼາຍກວ່າໝູ່ແມ່ນດອນ ທີ່ 1 ເຊິ່ງມີບໍລິມາດທັງໝົດແມ່ນ 0,543 ແມັດກ້ອນ ແລະ ບໍລິມາດນ້ອຍກ່ວາໝູ່ແມ່ນ ດອນທີ່ 5 ເຊິ່ງມີບໍລິມາດທັງໝົດ 0.267 ແມັດກ້ອນ
-    ດອນຕົວຢ່າງ 1x1 ແມັດ
ແມ່ນມີໄມ້ທັງໝົດ 5 ຕົ້ນໃນນັ້ນແມ່ນມີຄື:
·         ໄມ້ຍົມຜາ 3 ຕົ້ນ
·         ໄມ້ກະຖິນ 1 ຕົ້ນ
·         ໄມ້ມ່ວງ 1 ຕົ້ນ

6.2 ສະເໜີແນະ

ຜ່ານການລົງສໍາຫຼວດໃນຄັ້ງນີ້ໄດ້ເຫັນວ່າຍັງມີຂໍ້ບົກຜ່ອງຢູ່ບາງປະການສະນັ້ນຈຶ່ງຢາກສະເໜີກ່ຽວກັບການຄົງໂຕຂອງປ່າຄື:
-    ຢາກໃຫ້ມີການຈັດສັນອານຸລັກເພີີ້ມຂື້ນຕື່ມເພື່ອໃຫ້ປ່ານັ້ນເປັນປ່າເກົ່າແກ່ ແລະ ອາດຈະໃຊ້ການປູກເສີມກ້ອງປ່າເຂົ້າໃສ່ເພຶ່ອໃຫ້ໂຄງສ້າງປ່າມີຄວາມໜາແໜ້ນຂື້ນຕື່ມເພາະວ່າປ່ານີ້ຍັງມີໂຄງສ້າງທີ່ໂປງໂລງ
-    ສະເໜີໃຫ້ມີການອານາໄມເພຶ່ອກໍາຈັດວັດສະພືດ ແລະ ສິ່ງເສດເຫຼືອຕ່າງໆທີ່ບໍ່ເປັນປະໂຫຍດ



ເອກະສານອ້າງອີງ
ດຣ ຊໍ່ ວື ຄູ່ມືການສອນ
ອາຈານ ສາຍຄໍາ ມະນີຈັນ ຄູ່ມືການສອນ





ไม่มีความคิดเห็น:

แสดงความคิดเห็น