ວຽກງານກະສິກໍາ -
ປ່າໄມ້ ກໍ່ເປັນວິຊາໜຶ່ງທີ່ມີບົດບາດ ແລະ
ມີຄວາມສໍາຄັນຫຼາຍໃນປະເທດເຮົາເນື້່ອງຈາກວ່າປະຊາຊົນລາວສ່ວນໃຫຍ່ແມ່ນມີອາຊີບເປັນຊາວກະສິກອນ,
ນັບແຕ່ປີ 1975 ເປັນຕົ້ນມາລັດຖະບານໄດ້ພຍາຍາມອອກນະໂຍບາຍຕ່າງໆເພຶ່ອພັດທະນາເສດຖະກິດ
ແລະ ສັງຄົມໂດຍສະເພາະແມ່ນ ການກະສິກໍາ - ປ່າໄມ້ ເຊິ່ງຖືເປັນບຸລິມະສິດຂອງແຜນພັດທະນາ.
ລະບົບກະສິກໍາແບບປະສົມປະສານເຊິ່ງເປັນການນໍາໃຊ້ດິນຢ່າງມີປະໂຫຍດ ແລະ ຄຸນຄ່າ,
ເຊີ່ງມັນເປັນການປູກຝັງ ແລະ ລ້ຽງສັດໃນພື້ນທີ່ດຽວກັນ, ເວລາດຽວກັນ ຫຼື
ຕ່າງເວລາເພຶ່ອໃຫ້ໄດ້ຜົນຜະລິດທີ່ເພີ່ມຂື້ນ, ສາມາດຕອບສະໜອງອາຫານ, ໄມ້ສໍາລັບໃຊ້ສອຍ
ແລະ ໄດ້ຮັບຜົນລະປູກ.
ໃນການພັດທະນາໃນປັດຈຸບັນແມ່ນແນ່ໃສ່ການປົກປັກຮັກສາເນື້ອທີ່ດິນ
ແລະ ການຈໍາກັດເນື້ອທີ່ບໍ່ໃຫ້ເຊື່ຶອມຄຸນນະພາບ.
ສະນັ້ນເມື່ອເຫັນວ່າວຽກງານນະໂຍບາຍການພັດທະນາວຽກງານກະສິກໍາ -
ປ່າໄມ້ໃນເຂດທີ່ມີດິນຈໍາກັດບໍ່ວ່າຈະເປັນຕົວເມືອງ ຫຼື ຊົນນະບົດເພື່ອໃຫ້ດິນມີປະສິດທິພາບສູງ
ແລະ ຮັບຜົນຫຼາຍຢ່າງຕໍ່ເນື່ອງ ແລະ
ທີ່ສໍາຄັນຕ້ອງມີຕະຫຼາດຮອງຮັບເພື່ອເປັນການຜະລິດໃຫ້ກຸ້ມຕົນເອງ ແລະ
ເປັນສິດຄ້ານັບມື້ນັບຫຼາຍຂື້ນ ແລະ ກ້ວາງໄກ. ນອກຈາກນີ້ແລ້ວຍັງເປັນການຢຸດຕິການຖາງປ່າເຮັດໄຮ່,
ການຕັດໄມ້ທໍາລາຍປ່າ ແລະ ການຂຸດຄົ້ນໄມ້ຢ່າງຊະຊາຍ. ການສຶກສາລະບົບກະສິກໍາ -
ປ່າໄມ້ແບບປະສົມປະສານເພື່ອນໍາໃຊ້ເຂົ້າໃນເຂດຕ່າງໆຂອງປະເທດໂດຍສະເພາະແມ່ນການພັດທະນາບຸກຄະລະກອນທີ່ມີຄວາມຮູ້ຄວາມສາມາດ,
ຄວາມສໍານານໃນວຽກງານການໃຊ້ລະບົບກະສິກໍາ - ປ່າໄມ້
ເພື່ອການນໍາໃຊ້ທີ່ດດິນໃຫ້ສົມເຫດສົມຜົນ ແລະ ເກີດປະໂຫຍດສູງສຸດ.
ຈາກວຽກງານກະສິກໍາ -
ປ່າໄມ້ ກໍ່ເປັນຂະແໜງໜຶ່ງທີ່ມີບົດບາດສໍາຄັນຕໍ່ກັບລະບົບເສດຖະກິດແຫ່ງຊາດ.
ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ຄວາມຮູ້ວິຊາການດ້ານການກກະສິກໍາ -
ປ່າໄມ້ໃຫ້ກ້ວາງຂວາງເປັນຂໍ້ມູນພື້ນຖານໃຫ້ແກ່ຜູ້ທີ່ຈະສຶກສາໄດ້ຄົ້ນຄ້ວາ, ພິຈາລະນາ ແລະ
ນໍາໄປຈັດຕັ້ງປະຕິບັດ
ການສຶກສາດ້ານວຽກງານກະສິກໍາ
- ປ່າໄມ້ ແມ່ນ: ເປັນບັນຫາທີ່ຈະຕ້ອງໄດ້ມີການພັດທະນາ
ແຕ່ປັດຈຸບັນຂໍ້ມູນທາງດ້ານວິຊາການຍັງມີຈໍາກັດ,
ດັ່ງນັ້ນຈຶ່ງບໍ່ສາມາດດໍາເນີນການພັດທະນາໄດ້ດີເທົ່າທີ່ຄວນ.
- ສຶກສາຮູບແບບການນໍາໃຊ້ທີ່ດິນ
- ສຶກສາເຕັກນິກການການຜະລິກກະສິກໍາ
- ປ່າໄມ້
- ສຶກສາດ້ານເສດຖະກິດ
ການຂຽນບົດລາຍງານຄັ້ງນີ້ຍ້ອນວ່າມີຄວາມຈໍາກັດດ້ານເວລາ
ແລະ ງົບປະມານ ດັ່ງນັ້ນພວກຂ້າພະເຈົ້າຈຶ່ງໄດ້ສຶກສາສະເພາະຮູບແບບການນໍາໃຊ້ທີ່ດິນ,
ເຕັກນິກການການຜະລິກກະສິກໍາ - ປ່າໄມ້, ດ້ານເສດຖະກິດ ແລະ ຈະໄດ້ສຶກສາເອົາຂໍ້ມູນລວມໆພາຍໃນໜຶ່ງປີເທົ່ານັ້ນ
ສ່ວນວ່າຂໍ້ມູນອື່ນໆແມ່ນຈະບໍ່ໄດ້ສຶກສາ.
ແມ່ນການນໍາໃຊ້ທີ່ດິນແບບປະສົມປະສານທີ່ມີອົງປະກອບຄື:
ຕົ້ນໄມ້ ( ໄມ້ຢືນຕົ້ນ ) , ພືດກະສິກໍາ ແລະ ອາດຈະມີການລ້ຽງສັດໃສ່ພ້ອມໃນພື້ນທີ່ດຽວກັນ
ແລະ ເວລາດຽວກັນ ຫຼື ຕ່າງເວລາ, ເຊີ່ງອົງປະກອບແມ່ນມີການຈັດວາງຕາມຊ່ອງຫວ່າງຂອງພື້ນທີ່
ຫຼື ຕາມເວລາຂອງການປະຕິບັດເພື່ອໃຫ້ເກີດການເກື້ອກຸນກັນທາງດ້ານນິເວດ ແລະ ເສດຖະກິດ. ສ້າງເສດຖະກິດທີ່ໝັ້ນຄົງໂດຍການໃຊ້ເຕັກນິກທີ່ເໝາະສົມທີ່ປະຊາຊົນສາມັນສາມດນໍາໄປປະຕິບັດໄດ້.
2.2.1 ການສົ່ງເສີມການພັດທະນາທີ່ດິນ
ລັດສົ່ງເສີມທຸກພາກສ່ວນເສດຖະກິດ
- ສັງຄົມ ປະກອບສ່ວນເຂົ້າໃນການພັດທະນາທີ່ດິນດ້ວຍການວາງນະໂຍບາຍ, ວິທີການ ແລະ
ມາດຕະການຕ່າງໆເຊັ່ນ: ການສຶກສາອົບຮົ່ມ ແລະ ການສ້າງຕັ້ງກອງທຶນດ້ານແຮງງານ, ວັດຖຸ,
ທຶນຮອນ, ເຕັກໂນໂລຊີ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ
ການຄຸ້ມຄອງບໍລິຫານທີ່ດິນເພື່ອໃຫ້ມີຄຸນນະພາບດີ ແລະ ມີມູນຄ່າເພີ່ມຂື້ນ (
ກົດໝາຍວ່າດ້ວຍທີ່ດິນ 2003 )
2.2.1
ການສົ່ງເສີມການຜະລິດກະສິກໍາ
ລັດຊຸກຍູ້
ແລະ ສົ່ງເສີມປະຊາຊົນບັນດາເຜົ່າທຸກພາກສ່ວນເສດຖະກິດທັງພາຍໃນ ແລະ
ຕ່າງປະເທດໃຫ້ລົງທຶນໃສ່ການຜະລິດກະສິກໍາຢ່າງກ້ວາງຂວາງ ແລະ
ທັນສະໄໝເທື່ອລະກ້າວເພື່ອເປັນອາຫານ, ເປັນສິນຄ້າ, ເປັນວັດຖຸດິບ,
ຕອບສະໜອງໂຮງງານອຸດສາຫະກໍາປຸງແຕ່ງພາຍໃນປະເທດເພື່ອສົ່ງອອກຕ່າງປະເທດ. ( ກົດໝາຍວ່າດ້ວຍກະສິກໍາ
1998 )
ໃນເມື່ອກ່ອນແມ່ຕູ້ ບຸນມີ ຕາມະຍົດ
ເປັນເປັນພະນັກງານບໍານານມີຄົນກົກເຄົ້າຢູ່ ເມືອງ ກາສີ ແຂວງ ວຽງຈັນ
ລາວໄດ້ຍົກຍ້າຍຄອບຄົວມາຢູ່ທີ່ ບ້ານ ນາພອກ ເມືອງ ໄຊທານີ ແຂວງ ນະຄອນຫຼວງ ໂດຍການຊື້ດິນແລ້ວປັກຫຼັກຖານຢູ່ທີ່ນີ້,
ພື້ນທີ່ດິນທີ່ລາຍຊື້ນັ້ນມີເນື້ນທີ່ 2 ໄຮ່, ໄດ້ແບ່ງອອກເປັນ 2 ຕອນຄື: ດິນປຸກສ້າງ ແລະ
ດິນສວນ .
ດິນຂອງລາວນີ້ສ່ວນທີ່ເປັນດິນສວນນັ້ນລາວໄດ້ປູກຕົ້ນໄມ້ກິນໝາກໃສ່ຊັບປົນກັບຕົ້ນໄມ້ທໍາມະຊາດທີ່ລາວຈົ່ງໄວ້ໃຫ້ເປັນຮົ່ມເງົາໃນຕອນລາວມາບຸກເບີກພື້ນທີ່ໃໝ່.
ໃນຕອນນັ້ນການກະສິກໍາ - ປ່າໄມ້ຍັງບໍ່ທັນເປັນທີ່ນິຍົມກັນຫຼາຍຢູ່ລາວຈຶ່ງປູກພຽງແຕ່ໄມ້ໃຫ້ໝາກກັບໄມ້ໃຊ້ສອຍເທົ່ານັ້ນ
ຫຼັງຈາກຢູ່ມາໄດ້ຊົ່ວໄລຍະກໍ່ໄດ້ຮູ້ຈັກຄໍາວ່າກະສິກໍາ
- ປ່າໄມ້ ລາວຈຶ່ງ ສົນໃຈ ແລະ ຫັນມາເຫັນເຮັດການກະສິກໍາ - ປ່າໄມ້
ໂດຍການປູກພືດກະສິກໍາໃສ່ກ້ອງຕົ້ນໄມ້ ແລະ ຍືດຖືການເຮັດກະສິກໍາ - ປ່າໄມ້ນີ້ເປັນອາຊີບ
ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວຂອງລາວໄດ້ຫຼາຍພໍສົມຄວນໃນຊ່ວງລະດູການຜະລິດໜຶ່ງ.
ບ້ານ
ນາພອກ ນອນຢູ່ໃນເມືອງ ໄຊທານີ ແຂວງ ນະຄອນຫຼວງ
ເຊີ່ງມີຂອບເຂດຊາຍແດນແຕ່ລະທິດຕິດກັບບ້ານດັ່ງນີ້:
·
ທິດເໜືອຕິດກັບ ບ້ານ ໜອງສອງຫ້ອງ
·
ທິດໃຕ້ຕິດກັບ ບ້ານ
ແສນອຸດົມ
·
ທິດຕາເວັນອອກຕິດກັບ
ບ້ານ ນາສາລາ
·
ທິດຕາເວັນຕົກຕິດກັບ
ບ້ານ ປາກຊາບ
4.1
ອຸປະກອນຂອງການສຶກສາ
ສໍາລັບອຸປະກອນໃນການສຶກສາພາກປະຕິບັດໂຕຈິງໃນພາກສະໜາມຄັ້ງນີ້ແມ່ນຈະໄດ້ມີການນໍາໃຊ້ທີ່ແຕກຕ່າງກັນດັ່ງນີ້:
Ø ¯œ´®ñ-êô¡
Ø ®ò-¡
Ø -À¥É¨ A4
Ø -Á®®-³º´¦¿²¾©
Ø ¥ñ¡-£ò©-ÄìÈ
Ø ¡Éº¤-«È¾¨»ø®
Ø £º´-²ò¸-Àªó
ໃນການສຶກສາຄັ້ງນີ້ແມ່ນຈະໄດ້ສຶກສາຢູ່
2 ວິທີຄື: ການສຶກສາຂໍ້ມູນມືໜຶ່ງ (ພາກສະໜາມຕົວຈິງ) ແລະ ສຶກສາຂໍ້ມູນມືສອງ
(ພາກຫ້ອງການ)
4.2.1 ສຶກສາຂໍ້ມູນມືໜຶ່ງ
(ພາກສະໜາມຕົວຈິງ)
ການສຶກສາພາກສະໜາມຕົວຈິງນີ້ແມ່ນພວກເຮົາຈະໄດ້ປະຕິບັດກັນດັ່ງນີ້:
ພວກເຮົາໄດ້ລົງພື້ນທີ່ສໍາພາດເຈົ້າຂອງສວນຕົວຈິງກ່ຽວກັນເຕັກນິກການຜະລິດກະສິກໍາ -
ປ່າໄມ້, ຮູບແບບການນໍາໃຊ້ທີ່ດິນແບບປະສົມປະສານ ແລະ
ສໍາພາດກ່ຽວກັບລາຍຮັບລາຍຈ່າຍຂອງການຜະລິດກະສິກໍາແບບປະສົມປະສານ ແລະ ໄດ້ນໍາເອົາຂໍ້ມູນດັ່ງກ່າວນັ້ນມາປະກອບເຂົ້າໃນການຂຽນບົດລາຍງານຄັ້ງນີ້ຢ່າງແທ້ຈິງ
ແລະ ຄົບຖ້ວນ
4.2.2
ສຶກສາຂໍ້ມູນມືສອງ (ພາກຫ້ອງການ)
ການສຶກສາເອົາຂໍ້ມູນມືສອງນີ້ແມ່ນໄດ້ສຶກສາຕາມປື້ມ,
ຕໍາລາ, ຫໍສະໝຸດ, ປື້ມລຸ້ນອ້າຍເອື້ອຍ ແລະ ເອກະສານທີ່ກ່ຽວຂ້ອງເພຶ່ອນໍາເອົາມາເບິ່ງແບບຢ່າງ
ແລະ ວິທີການໃນການສຶກສາຫາຂໍ້ມູນເພີ່ມເຕີມນີ້ເພຶ່ອສະດວກໃນການຂຽນບົດລາຍງານຄັ້ງນີ້
ສວນກະສິກໍາ -
ປ່າໄມ້ຂອງແມ່ຕູ້ ບຸນມີ ຕາມາຍົດ ນີ້ໄດ້ມີການແບ່ງພື້ນທີ່ການນໍາໃຊ້ທີ່ດິນດັ່ງນີ້: ໃນພື້ນທີ່ດິນລາວນີ້ເຖິ່ງວ່າຈະບໍ່ກ້ວາງແຕ່ລາວກໍ່ແບ່ງພື້ນທີ່ໄດ້ເໝາະສົມຄືລາວຈະໄດ້ແບ່ງດິນອອກເປັນສອງສ່ວນຄື:
-
ສ່ວນໜຶ່ງລ້ອມຮົ້ວໃຊ້ສໍາລັບລ້ຽງສັດຄື:
ລ້ຽງເປັດ ແລະ ລ້ຽງໄກ່ຕາມກ້ອງຕົ້ນໄມ້ ແລະ ປຸກຄອກເພຶ່ອການພັກພ່ອນຂອງເປັດ ແລະ ໄກ່. ການລ້ຽງເປັດໄກ່ນີ້ແມ່ນຈະບໍ່ລ້ຽງເປັນສິນຄ້າ
ລາວຈະລ້ຽງເພຶ່ອຮັບໃຊ້ພາຍໃນຄອບຄົວໂດຍທີ່ບໍ່ຕ້ອງໄດ້ອອກໄປຊື້ຢູ່ຕະຫຼາດເພື່ອສິ້ນເປືອງ.
-
ອີກສ່ວນທີ່ສອງແມ່ລາວໄດ້ປູກພືດກະສິກໍາໃສ່ຕາມກ້ອງຕົ້ນໄມ້ເພື່ອເປັນອາຫານ
ແລະ ສ່ວນທີ່ເຫຼືອນັ້ນກໍ່ສາມາດນໍາໄປຂາຍຢູ່ຕາມຕະຫຼາດໄດ້, ພືດທີ່ລາວປູກນັ້ນຈະມີ:
ຜັກກາດ, ຜັກຫອມປ້ອມ, ຜັກຫອມກະທຽມ, ຜັກຫອມບົ່ວ, ຜັກສະລັດ, ຫົວສີໄຄ ແລະ
ອັນທີ່ຫຼັກໆນັ້ນກໍ່ແມ່ນໝາກເພັດນັ້ນເອງ,ນອກເໜືອໄປຈາກນີ້ລາວຍັງໄດ້ປຸກຕູມນ້ອຍໃສ່ກາງສວນເພື່ອລ້ຽງຈີ່ລີດຂະໜາດນ້ອຍເພື່ອກິນພາຍໃນຄອບຄົວນໍາອີກ.
5.2.1
ການລ້ຽງເປັດ ແລະ ໄກ່
Ø ການກະກຽມພື້ນທີ່
ໃນການກະກຽມພື້ນທີ່ນີ້ແມ່ນໄດ້ແບ່ງພື້ນທີ່ດິນກະສິກໍາສ່ວນໜຶ່ງໄວ້ພໍປະມານເພື່ອທີ່ຈະສ້າງຄອກໃຫ້ເປັດ
- ໄກ່ 2 ຫຼັງຄື: ຫຼັງໜຶ່ງມີຂະໜາດຄວາມຍາວ 6 ແມັດ ແລະ ລວງກ້ວາງ 3 ແມັດ ເຮັດເປັນ 3
ຫ້ອງເພຶ່ອທີ່ຈະໄດ້ໄດ້ແຍກຂະໜາດຂອງໄກ່ອອກບໍ່ໃຫ້ປົນເປກັນ ແລະ ຫຼັງທີ່ 2
ນີ້ແມ່ນມີຂະໜາດ 1 x 2 ແມັດມີຄວາມສູງຈາກໜ້າດິນປະມານ
50 ຊັງຕີແມັດ ເພຶ່ອໃຊ້ສໍາລັບໄກ່ນ້ອຍທີ່ຫາແຕ່ແຕກອອກມາໃໝ່
Ø ການໃຫ້ອາຫານ
ແລະ ເບິ່ງແຍງດູແລຮັກສາ
ໃນການໃຫ້ອາຫານສັດນີ້ແມ່ນຈະໄດ້ໃຫ້ກິນມື້ໜຶ່ງ
2 ເທື່ອຄື: ຕອນເຊົ້າ ແລະ ຕອນແລງສໍາຫຼັບສັດໃຫຍ່ ແລະ ສໍາລັບສັດນ້ອຍແມ່ນຈະໄດ້ໃຫ້ອາຫານຕະຫຼອດເລີຍໃຫ້ກິນຢ່າງເຕັມທີ່ໃສ່ປະໄວ້ຫຼາຍໃຫ້ກິນໝົດມື້ບໍ່ໃຫ້ຂາດເພາະຈະເຮັດໃຫ້ມັນຈະເລີນເຕີບໂຕໄດ້ດີ,
ຫຼັງຈາກໃຫຍ່ພໍປະມານ ແລະ ສາມາດຫາກິນເອງໄດ້ແລ້ວຈຶ່ງປ່ອຍລົງດິນ
ສໍາລັບສັດນີ້ແມ່ນຈະບໍ່ໄດ້ເອົາໃຈໃສ່ຫຍັງຫຼາຍເພາະວ່າບໍ່ໄດ້ເຮັດເປັນເສດຖະກິດ
ລ້ຽງສະເພາະຮັບໃຊ້ຄອບຄົວ ມີພຽງແຕ່ໃຫ້ອາຫານຕາມປົກກະຕິກໍ່ພໍ,
ການດູແລຮັກສານີ້ສ່ວນຫຼາຍຈະເປັນລະດູຝົນເພາະຈະເຮັດໃຫ້ສັດເກີດພະຍາດໄດ້ງ່າຍຈຶ່ງມີການປ້ອງກັນໂດຍການກັກຄັງບໍລິເວນຂອງສັດບໍ່ຄວນປ່ອຍຊະຊາຍ.
5.2.2
ການປູກພືດ
Ø ການກະກຽມພື້ນທີ່
ການກຽມພື້ນທີ່ນີ້ແມ່ນຈະໄດ້ມີການເຮັດຮົ້ວອ້ອມສວນເພຶ່ອປ້ອງກັນສັດລ້ຽງເຂົ້າໄປລົບກວນຜົນລະປູກ,
ຫຼັງຈາກທີ່ລ້ອມຮົ້ວແລ້ວກໍ່ຈະໄດ້ມີການຂຸດດິນເຮັດໜານເພຶ່ອກຽມປູກພືດກະສິກໍາທີ່ຕ້ອງການ
ໜານຈະມີຂະໜາດ 1,2 x 10 ແມັດ
ແລະ ຫ່າງກັນລະຫວ່າງໜານຕໍ່ໜານແມ່ນມີຂະໜາດ 25 x
25ຊັງຕີແມັດ ສ່ວນພື້ນທີ່ໃຊ້ສໍາລັບປູກໝາກເພັດແມ່ນຈະບໍ່ໄດ້ຂຸດໜານຄືກັນກັບພັກພືດຊະນິດອື່ນ,
ໝາກເພັດຈະໄດ້ມີການປູກເຟືອງກ່ອນທີ່ຈະປູກ, ໝາກເພັດຈະປູເຟືອງຂຸດຂຸມໃສ່ຕາມພື້ນທີ່ເຟືອງທີ່ປູ,
ຂຸມຈະມີຂະໜາດ 20
x 20 ຊັງຕີແມັດ ແລະ
ຫ່າງກັນ 50 x 50 ຊັງຕີແມັດ
Ø ການປູກ
ການລົງມືປູກນີ້ແມ່ນຈະໄດ້ປະຕິບັດ
ແລະ ລົງມືໃນຕົ້ນເດືອນກັນຍາ ເພາະວ່າຊ່ວງໄລຍະນີ້ແມ່ນລະດູຝົນໄກ້ຈະສິ້ນສຸດລົງ ແລະ
ແນວພັນຕ່າງໆນັ້ນແມ່ນຊື້ຈາກຮ້ານ ໄຊສະຫວ່າງ ມີຂັ້ນຕອນດັ່ງນີ້:
- ຜັກກາດ
ແລະ ຜັກສະລັດ ຈະໄດ້ມີການເຮັດໜານເພຶ່ອວ່ານແກ່ນຜັກກາດໃຫ້ແຕກງອກກ່ອນທີ່ຈະເອົາໄປບົງໃສ່ໜານທີ່ກຽມໄວ້ປູກນັ້ນ,
ຫຼັງຈາກວ່ານແກ່ນຜັກໄດ້ປະມານ 3 – 4 ມື້ກໍ່ຈະມີການແຕກງອກເປັນເບ້ຍນ້ອຍ ໄດ້ປະມານ 1 – 2
ທິດແລ້ວຈຶ່ງສາມາດເອົາເບ້ຍຜັກນັ້ນໄປບົງໃສ່ໜານທີ່ຕຽມໄວ້ນັ້ນ,
ໃນການບົງນີ້ຈະມີໄລຍະຫ່າງລະຫວ່າງຕົ້ນຕໍ່ຕົ້ນແມ່ນ 20 x 20
ຊັງຕີແມັດ ແລະ ລະຫວ່າງແຖວຕໍ່ແຖວແມ່ນ 20 x 20
ຊັງຕີແມັດ
- ຜັກຫອມກະທຽມ
ແລະ ຜັກຫອມບົ່ວ ແມ່ນ ຈະໄດ້ປູກໃສ່ກັບໜານໂດຍກົງໃນການທີ່ລາວຈະແກະເອົາຫົວທີ່ໃຫຍ່ ແລະ
ບໍ່ແມ່ນຫົວທີ່ເໜົ່າ ແລະ ແມງເຈາະໄປປູກ,
ຈະມີການເອົາໄມ້ນ້ອຍພໍປະມານຊີດິນໜາໃຫ້ເປັນຮູແລ້ວນໍາເອົາຫົວຜັດທີ່ຈະປູກເນັກລົງໃສ່
ໃນການປູກນີ້ຈະມີໄລຍະຫ່າງລະຫວ່າງຕົ້ນຕໍ່ຕົ້ນແມ່ນ 10 x 10 ຊັງຕີແມັດ ແລະ
ລະຫວ່າງແຖວຕໍ່ແຖວແມ່ນ 10 x 10 ຊັງຕີແມັດ
ເພາະວ່າຜັກປະເພດນີ້ການຈະເລີນເຕີບໂຕທາງດ້ານເຮືອນຍອດນ້ອຍຈຶ່ງປູກຖີ່ໄດ້
- ຜັກຫອມປ້ອມ
ແລະ ຜັກຫອມຊີ ແມ່ນລາວຈະໄດ້ເອົາແກ່ນຫວ່ານໃສ່ໜານໂດຍກົງເລີຍເພາະວ່າລໍາຕົ້ນ ແລະ
ເຮືອນຍອດຂອງຜັກທັງສອງຊະນິດນີ້ບໍ່ໃຫຍ່ການຊົງໂຕຂອງມັນຈຶ່ງໄດ້ດີ
ແຕ່ວ່າໃນການວ່ານນີ້ກໍ່ຄວນຈະວ່ານຕາມໃຈໄດ້ຕ້ອງວ່ານບາງໆບໍ່ວ່ານຫຼາຍ ແລະ
ໜາເກີນໄປເພາະມັນຈະເຮັດໃຫ້ຜັກຕຶບໜາເກີນໄປໃນເວລາມັນຈະເລີນເຕີບໃຫຍ່
- ຫົວຊິງໄຄ
ລາວຈະເອົາຫົວໄປຝັງໂດຍກົງລຽບຕາມແຄມສວນ, ຫົວຊິງໄຄນີ້ລາວຈະບໍ່ໄດ້ປູກເປັນໜານ ແລະ
ເປັນລະບຽບຄືກັນກັບຜັກຊະນິດອື່ນໆ
- ໝາກເຜັດແມ່ນ
ລາວຈະໄດ້ມີການສ້າງໜານຫວ່ານແກ່ນກ່ອນເຮັດຄືກັນກັບຜັກກາດຫຼັງຈາກນັ້ນລາວກໍ່ຈະນໍາໄປປູກໃສ່ພື້ນທີ່ທີ່ປູເຟືອງ
ແລະ ຂຸດຂຸມໄວ້ນັ້ນ ໃນການປູກນີ້ຈະມີໄລຍະຫ່າງລະຫວ່າງຕົ້ນຕໍ່ຕົ້ນແມ່ນ 50 x 50 ຊັງຕີແມັດ ແລະ
ລະຫວ່າງແຖວຕໍ່ແຖວແມ່ນ 50 x 50 ຊັງຕີແມັດ
Ø ການດູແລຮັກສາ
ສໍາລັບການດູແລຮັກສານີ້ແມ່ນຈະບໍ່ໄດ້ຫຍຸ້ງຍາກ
ແລະ
ລໍາບາກພໍປານໃດແຕ່ວ່າຕ້ອງໄດ້ໃຫ້ຄວາມເອົາໃຈໃສ່ແກ່ຜົນລະປູກນັ້ນໃຫ້ເປັນປະຈໍາເຊັ່ນວ່າ:
ການໃຫ້ນໍ້ານັ້ນຈະຕ້ອງບໍ່ໃຫ້ຂາດຈະໄດ້ໃຫ້ນໍ້າແກ່ຜົນລະປູກມື້ໜຶ່ງ 2 ຄັ້ງ ເຊົ້າ ແລະ
ແລງ , ນອກຈາກນັ້ນເມື່ອປູກໄປໄດ້ໄລຍະໜຶ່ງແລ້ວຮາກຂອງຜັກແຂງແຮງ ແລະ ຜັກຈະເລີນເຕີມໂຕໄດ້ພໍສົມຄວນແລ້ວກໍ່ຈະໄດ້ມີການຈິ້ມພູນດິນອ້ອມລໍາຕົ້ນຂອງຜັກເພຶ່ອທີ່ຈະໃສ່ຝຸ່ນໃຫ້ກັບພືດ
ແລະ ເຮັດໃຫ້ຮາກຂອງພືດຈະເລີນເຕີບໂຕໄດ້ດີ,
ສໍາລັບຝຸນທີ່ລາວເອົາໃສ່ຜັກນັ້ນແມ່ນໄດ້ມາຈາກຄອກເປັດຄອກໄກ່ຂອງລາວ
ຖ້າຮາກວ່າຝຸ່ນທີ່ລາວມີນັ້ນບໍ່ພໍກໍ່ຈະໄດ້ໄປເອົາຝຸ່ນຂີ້ຄວາຍຂອງລາວທີ່ລາວເອົາໃຫ້ປະຊາຊົນໃນບ້ານນັ້ນລ້ຽງມາໃສ່ຕື່ມ
ແລະ ຖ້າຮາກວ່າບໍ່ພໍ່ໃສ່ລາວກໍ່ຊື້ຂີ້ງົວກັບປະຊາຊົນແຖວບ້ານໃສ່ຕື່ມອີກ. ການຜະລິດກະສິກໍາຂອງລາວນີ້ແມ່ນປອດສານຜິດໂດຍທີ່ບໍ່ໃສ່ຝຸນ,
ບໍ່ໃສ່ປຸຍເຄມີໃດໆເລີຍ ການດູແລຮັກສານີ້ຈະມີຂໍ້ຫຍຸ້ງຍາກເລັກນ້ອຍຢູ່ບ່ອນວ່າພະຍາດ ແລະ ແມງໄມ້ມັກທໍາລາຍເພາະວ່າລາວບໍ່ໄດ້ໃຊ້ສານເຄມີ
ແຕ່ວ່າລາວກໍ່ເອົາໃຈໃສ່ຕໍ່ກັບຜົນລະປູກຂອງລາວເປັນຢ່າງດີໃຫ້ໄດ້ຮັບຜົນກະທົບນ້ອຍທີ່ສຸດເທົ່າທີ່ເຮັດໄດ້.
Ø ການເກັບກູ້
ການເກັບກູ້ນີ້ຈະໄດ້ມີໄລຍະເວລາຕ່າງກັນເນື່ອງຈາກວ່າການຈະເລີນເຕີບໂຕຂອງຜັກແຕ່ລະຊະນິດນີ້ບໍ່ຄືກັນສະນັ້ນຈຶ່ງມີການເກັບກູ້ທີ່ແຕກຕ່າງກັນດັ່ງນີ້:
- ຜັກກາດ
ຫຼັງຈາກທີ່ໄດ້ມີການບົງສໍາເລັດແລ້ວຈະໄດ້ໃຊ້ເວລາປະມານ 4 – 6
ອາທິດກໍ່ສາມາດເກັບກູ້ໄດ້ແລ້ວ
- ຜັກສະລັດ
ຜັກຊະນິດນີ້ເປັນຜັກທີ່ວ່າມີຄວາມລະອຽດອ່ອນ ແລະ
ມີການຈະເລີນເຕີບໂຕໄດ້ໄວ້ພໍສົມຄວນ ຫຼັງຈາກບົງລົງໜານແລ້ວປະມານ 2 – 3
ອາທິດກໍ່ສາມາດເກັບກູ້ໄດ້ແລ້ວ
- ຜັກຫອມບົ່ວ
ແລະ ຜັກກະທຽມ ຈະຕ້ອງໄດ້ໃຊ້ເວລາແດ່ໜ້ອຍໜຶ່ງເພາະວ່າຜັກຈໍາພວກນີ້ແມ່ນບໍ່ໄດ້ປູກດ້ອຍເບ້ຍຈຶ່ງບໍ່ສາມາດຮັບຜົນໄວ້ຄືກັບຊະນິດທີ່ເອົາເບ້ຍມາລບົງນັ້ນ,
ຜັກຈໍາພວກນີ້ຈະໄດ້ໃຊ້ເວລາປະມານ 1 – 2 ເດືອນຈຶ່ງສາມາດນໍາໃຊ້ໄດ້
- ຜັກຫອມປ້ອມ
ແລະ ຜັກຊີ ເປັນຜັກທີ່ໃຫຍ່ໄວສາມາດເອົາມານໍາໃຊ້ໄດ້ໄວປະມານ
2 – 3 ອາທິດກໍ່ສາມາດນໍາໃຊ້ໄດ້ແລ້ວ
- ຫົວຊິງໄຄ
ເປັນພືດທີ່ມີການຈະເລີນເຕີບໂຕຊ້າຈະໄດ້ໃຊ້ເວລາປະມານ 3 –
4 ເດືອນຈຶ່ງສາມາດກໍ່ໂຕເປັນສຸມ ແລະ ສາມາດນໍາມາປະກອບອາຫານໄດ້
ສະນັ້ນເພິ່ນຈຶ່ງບໍ່ຄ່ອຍຈະປູກຫົວຊິງໄຄນີ້ເປັນເສດຖະກິດຫຼັກເພາະວ່າມັນໃຫ້ຜົນຜະລິດຊ້າ
ແລະ ລາຄາຖືກ
- ໝາກເຜັດ:
ຫຼັງຈາກປູກໄດ້ປະມານ 3 – 4 ເດືອນ
ກໍ່ສາມາດໄດ້ຮັບຜົນແລ້ວ, ໝາກເຜັດນີ້ເປັນພືດທີ່ວ່າເກັບຜົນໄດ້ຕະຫຼອດລະດູການ ຫຼັງຈາກເກັບໄປຊຸດນີ້ແລ້ວປະໄວ້ປະມານ
1 ອາທິດກໍ່ຈະເປັນເກັບໃໝ່ໄດ້ອີກ
ເປັນແບບນີ້ໄປຈົນກວ່າຕົ້ນຂອງມັນຈະແກ່ເຖົ້າຈົນໝົດລະດູການ
ການເກັບກູ້ຜົນລະປູກນີ້ຫຼັງຈາກທີ່ໄດ້ເກັບກູ້ໄປເມີດແລ້ວກໍ່ຈະໄດ້ມີການພູນດິນເພຶ່ອປັບປຸງດິນແລ້ວປູກຊຸດຕໍ່ໄປເລືອຍໆຈົນກວ່າຈະໝົດລະດູການຂອງການຜະລິດຈຶ່ງຈະຢຸດເຊົາ
5.2.3
ການປູກຕົ້ນໄມ້
ຕົ້ນໄມ້ທີ່ປູກນີ້ສ່ວນໃຫຍ່ຈະເປັນໄມ້ກິນໝາກເຊັ່ນວ່າ:
ຕົ້ນໝາກມ່ວງເປັນຫຼັກ ແລະ ນອກຈາກຕົ້ນໝາກມ່ວງນີ້ແລ້ວຍັງມີຕົ້ນໄມ້ເປືອຍ
ສ່ວນຕົ້ນໄມ້ເປືອຍນີ້ແມ່ນບໍ່ໄດ້ປູກເອງລາວຈົ່ງປະໄວ້ຕັ້ງແຕ່ຕອນມາບຸກເບີກພື້ນທີ່ໃໝ່ໆ
ການປູກຕົ້ນໄມ້ນີ້ແມ່ນລາວປູກຢັ່ງຢາຍກັນຢູ່ຕາມພື້ນທີ່ສວນເປັນລັກສະນະຮູບແບບປະສົມປະສານ.
ສໍາລັບລາຍຮັບລາຍຈ່າຍນີ້ແມ່ນຈະໄດ້ເວົ້າພຽງແຕ່ດ້ານເສດຖະກິດຂອງການປູກພືດກະສິກໍາໃສ່ກ້ອງຕົ້ນໄມ້ເທົ່ານັ້ນ
ສ່ວນວ່າການລ້ຽງສັດ ແລະ
ປູກຕົ້ນໄມ້ນັ້ນແມ່ນຈະບໍ່ໄດ້ເວົ້າເຖິງເພາະວ່າບໍ່ໄດ້ຜະລິດເພື່ອຈໍາໜ່າຍ, ຜະລິດເພຶ່ອໃຊ້ສອຍພາຍໃນຄອບຄົວເທົ່ານັ້ນ.
5.3.1 ລາຍຮັບ
ສໍາລັບລາຍຮັບນີ້ແມ່ນຈະໄດ້ຂາຍພຽງແຕ່ຜົນລະປູກບາງຊະນິດ
ແລະ ບາງຊະນິດກໍ່ບໍ່ໄດ້ຂາຍ, ຈະຂາຍພຽແຕ່ ຜັກສະລັດ, ຜັກຫອມປ້ອມ, ຜັກຊີ ຜັກບົ່ວ,
ຜັກກາດ ແລະ ໝາກເພັດ ເທົ່ານີ້ ສ່ວນວ່າ ຜັກຫອມກະທຽມ ແລະ ຫົວຊິງໄຄ
ນີ້ແມ່ນບໍ່ໄດ້ຂາຍຈະປູກຮັບໃຊ້ພາຍໃນຄອບຄົວ. ລາຍຮັບລາຍຈ່ານນີ້ແມ່ນຂໍ້ມູນຂອງການຜະລິດໃນປີທີ່ຜ່ານມາເພາະວ່າປີນີ້ຍັງບໍ່ທັນໄດ້ຈໍາໜ່າຍເທື່ອເນື່ອງຈາກວ່າຜົນຜະລິດນີ້ຍັງບໍ່ທັນເປັນຂາຍ
ແລະ ນໍາໃຊ້ໄດ້
ຕາຕະລາງ 1 :
ລາຍຮັບລວມຂອງການຜະລິດໃນປີທີ່ຜ່ານມາ
ລໍາດັບ
|
ຊະນິດພືດ
|
ຈໍານວນທີ່ໄດ້ໜຶ່ງງວດ ກິໂລ
|
ຈໍານວນທີ່ໄດ້ໝົດປີ (ກິໂລ)
|
ລາຄາຕໍ່ໜຶ່ງກິໂລ
(ກີບ)
|
ລາຄາລວມ(ກີບ)
|
1
|
ຜັກກາດ
|
36
|
180
|
5000
|
900 000
|
2
|
ຜັກຫອມປ້ອມ
|
8
|
160
|
7000
|
1 120 000
|
3
|
ຜັກຊີ
|
9
|
180
|
7000
|
1 260 000
|
4
|
ຜັກສະລັດ
|
27
|
351
|
8000
|
2 808 000
|
5
|
ຜັກບົ່ວ
|
12
|
84
|
10 000
|
840 000
|
6
|
ໝາກເພັດ
|
36
|
1 008
|
12 000
|
12 096 000
|
|
ລວມທັງໝົດ
|
|
|
|
19 044 000 ກີບ
|
5.3.2 ລາຍຈ່າຍ
ລາຍຈ່າຍນີ້ແມ່ນຈະໄດ້ເວົ້າເຖິງຕົ້ນທຶນໃນການຜະລິດທີ່ໃຊ້ຈ່າຍເຂົ້າໃນການເຮັດກະສິກໍາເທົ່ານັ້ນສ່ວນວ່າຕົ້ນທຶນທີ່ໃຊ້ຈ່າຍເຂົ້າໃນການລ້ຽງສັດ
ແລະ
ປູກຕົ້ນໄມ້ນັ້ນຈະບໍ່ໄດ້ເວົ້າເພາະວ່າການຜະລິດພວກນີ້ແມ່ນບໍ່ໄດ້ຜະລິດອອກຈໍາໜ່າຍໃຫ້ມີຜົນຕອບແທນດ້ານເສດຖະກິດຈຶ່ງບໍ່ໄດ້ເວົ້າເຖິງ,
ສໍາລັບຕົ້ນທຶນໃນການຜະລິດນີ້ຈະມີຢູ່ 2 ຕົ້ນທຶນຄື: ທຶນຄົງທີ່ ແລະ ທຶນໝູນວຽນ
ກ.
ທຶນຄົງທີ່
ທຶນຄົງທີ່ແມ່ນ
ທຶນທີ່ເຮົາຊື້ເຄື່ອງມືອຸປະກອນຕ່າງທີ່ສາມາດນໍາໃຊ້ໄດ້ເປັນເວລາຍາວນານເພຶ່ອມາຮັບໃຊ້ເຂົ້າໃນການຜະລິດເຊັ່ຄົງທີ່ນວ່າ:
ຈົກ, ຊ້ວນ... ທຶນນີ້ຈະບໍ່ໄດ້ໄລ່ຄ່ານໍ້າທີ່ຈະເອົາໄປຫົດສວນຕ່າງໆນັ້ນເລີຍ
ຕາຕະລາງ 2 : ລາຍຈ່າຍຂອງທຶນຄົງທີ່ທີ່ໃຊ້ເຂົ້າໃນການຜະລິດ
ລໍາດັບ
|
ຊະນິດອຸປະກອນ
|
ຈໍານວນ
|
ຫົວໜ່ວຍ
|
ລາຄາ(ກີບ)
|
ລວມເປັນເງີນ
|
1
|
ໜ່າງຢາງໃຫຍ່
|
40
|
ແມັດ
|
15 000
|
600 000
|
2
|
ໜ່າງຢາງນ້ອຍ
|
80
|
ແມັດ
|
18 000
|
1 440 000
|
3
|
ໜ່າງເຫຼັກ
|
40
|
ແມັດ
|
25 000
|
1 000 000
|
4
|
ຈົກ
|
2
|
ດວງ
|
55 000
|
110 000
|
5
|
ຊ້ວນ
|
1
|
ດວງ
|
50 000
|
50 000
|
6
|
ສຽມ
|
2
|
ດວງ
|
25 000
|
50 000
|
7
|
ແວກ
|
2
|
ດວງ
|
25 000
|
50 000
|
8
|
ບົວຫົດສວນເຫຼັກ
|
1
|
ໜ່ວຍ
|
12 000
|
12 000
|
9
|
ຊາມໂຕ່ງນ້ຳ
|
1
|
ໜ່ວຍ
|
75 000
|
75 000
|
10
|
ທໍ່ນໍ້າຢາງ
|
45
|
ແມັດ
|
10 000
|
450 000
|
11
|
ບົວຫົດສວນຢາງ
|
1
|
ໜ່ວຍ
|
15 000
|
15 000
|
|
ລວມທັງໝົດ
|
|
|
|
3 852 000 ກີບ
|
ຂ.
ທຶນໝູນວຽນ
ທຶນໝູນວຽນແມ່ນ
ທຶນທີ່ເຮົາຊື້ເຄື່ອງມືອຸປະກອນຕ່າງໆທີ່ເຂົ້າມາຮັບໃຊ້ເຂົ້າໃນການຜະລິດໄດ້ພຽງຊົ່ວຄາວ
ຫຼື ວ່າຮັບໃຊ້ໄດ້ພຽງແຕ່ເທຶ່ອດຽວຂອງການຜະລິດ
ຫຼັງຈາກເຮັດແລ້ວໆຖ້າຫາກວ່າຈະເຮັດເທຶ່ອໃໝ່ກໍ່ຈະຕ້ອງໄດ້ຊື້ອີກໃໝ່ ຈະເປັນແບບນີ້ໄປເລື້ຶອຍບໍ່ມີສິ້ນສຸດເພີ່ນຈຶ່ງເອີ້ນວ່າທຶນໝູນວຽນ
ຕາຕະລາງ 3:
ລາຍຈ່າຍຂອງທຶນໝູນວຽນທີ່ຊື້ເຂົ້າມາຮັບໃຊ້ໃນການຜະລິດໜຶ່ງລະດູການທີ່ຜ່ານມາ
ລໍາດັບ
|
ຊະນິດ
|
ຈໍານວນ
|
ຫົວໜ່ວຍ
|
ລາຄາ ( ກີບ )
|
ລວມເປັນເງີນ
(ກີບ)
|
1
|
ແກ່ນຜັກກາດ
|
25
|
ກະປ໋ອງ
|
3 000
|
75 000
|
2
|
ແກ່ນຜັກຊີ
|
20
|
ຊອງ
|
3 000
|
60 000
|
3
|
ແກ່ນຫອມປ້ອມ
|
20
|
ຊອງ
|
3 000
|
60 000
|
4
|
ແນວຜັກບົ່ວ
|
3
|
ກິໂລ
|
10 000
|
30 000
|
5
|
ແນວຜັກກະທຽມ
|
1
|
ກິໂລແຫ້ງ
|
35 000
|
35 000
|
6
|
ແກ່ນຜັກສະລັດ
|
13
|
ກະປ໋ອງ
|
3 000
|
39 000
|
7
|
ພັນໝາກເພັດ
|
2
|
ກິໂລແຫ້ງ
|
55 000
|
110 000
|
8
|
ຫົວຊິງໄຄ
|
2
|
ກິໂລ
|
5 000
|
10 000
|
|
ລວມທັງໝົດ
|
|
|
|
419 000 ກີບ
|
ສໍາລັບຕົ້ນທຶນທັງໝົດຂອງການຜະລິດກະສິກໍາໃນຄັ້ງນີ້ຂອງ
ແມ່ຕູ້ ບຸນມີ ຕາມະຍົດ ແມ່ນ
ເອົາຕົ້ນທຶນຂອງທຶນຄົງທີ່ກັບຕົ້ນທຶນຂອງທຶນໝູນວຽນມາບວກເຂົ້າກັນເຊິ່ງຈະໄດ້ດັ່ງນີ້:
ຕົ້ນທຶນທັງໝົດ
= ຕົ້ນທຶນຂອງທຶນຄົງທີ່ +
ຕົ້ນທຶນຂອງທຶນໝູນວຽນ
= 3 852 000 ກີບ + 419 000 ກີບ = 4 271 000 ກີບ
= 4 271 000 ກີບ
5.3.3 ກໍາໄລ
ກໍາໄລແມ່ນ
ເງີນທີ່ໄດ້ຈາກການຜະລິດຂອງລາວທັງໝົດພາຍໃນສວນ ໂດຍການຫັກອອກຈາກລາຍໄດ້ທັງໝົດຂອງການຜະລິດກະສິກໍາແລ້ວມາລົບໃຫ້ກັບຕົ້ນທຶນທີ່ໃຊ້ໃນການຜະລິດ
ເຫຼືອຫຼາຍນ້ອຍເທົ່າໃດນັ້ນເພີ່ນເອີ້ນວ່າກໍາໄລ
ເຊິ່ງວ່າກໍາໄລຂອງການເຮັດສວນຂອງລາວໃນລະດູການທີ່ຜ່ານມານີ້ແມ່ນ :
ກໍາໄລ
=
ລາຍໄດ້ທັງໝົດ - ຕົ້ນທຶນທັງໝົດ
= 19 044 000 ກີບ – 4
271 000 ກີບ = 14 773 000 ກີບ
= 14
773 000 ກີບ
ດ້ານສິ່ງແວດລ້ອມນີ້ແມ່ນຈະບໍ່ໄດ້ລົງເລິກ
ແລະ ສຶກສາລະອຽດ ແຕ່ກໍ່ສາມາດຮັບຮູ້ ແລະ ບອກໄດ້ວ່າການກະສິກໍາ - ປ່າໄມ້ ຂອງລາວນີ້ແມ່ນເຮັດໄດ້ດີພໍສົມຄວນເພາະວ່າການຜະລິດຂອງລາວນີ້ແມ່ນບໍ່ໄດ້ໃຊ້ສານເຄມີເຂົ້າຊ່ວຍໃນການຜະລິດເລີຍໃນແຕ່ລະຂັ້ນຕອນຂອງການຜະລິດ,
ນອກນັ້ນຍັງໄດ້ປູກຕົ້ນໄມ້ເພຶ່ອບົດບັງລົມ, ບົດບັງສຽງ ແລະ
ດູດຊື່ມຊັບເອົາອາກາດທີ່ບໍ່ດີແລ້ວປ່ອຍອາກາດທີ່ບໍລິສຸດອອກມາ
ຜ່ານການສຶກສາຂ້າງເທິງທີ່ຜ່ານສາມາດຮັບຮູ້
ແລະ ສະຫຼຸບໄດ້ດັ່ງນີ້:
- ການກະສິກໍາ
- ປ່າໄມ້ ຂອງແມ່ຕູ້ ບຸນມີ ຕາມະຍົດ
ນີ້ໄດ້ມີການນໍາໃຊ້ທີ່ດິນແບບປະສົມປະສານໄດ້ຢ່າງມີປະສິດທິພາບສ່ວນໜຶ່ງລ້ອມຮົ້ວໃຊ້ສໍາລັບລ້ຽງສັດຄື:
ລ້ຽງເປັດ ແລະ ລ້ຽງໄກ່ຕາມກ້ອງຕົ້ນໄມ້ ແລະ ອີກສ່ວນທີ່ສອງແມ່ລາວໄດ້ປູກພືດກະສິກໍາໃສ່ຕາມກ້ອງຕົ້ນໄມ້ເພື່ອເປັນອາຫານ
ແລະ ສ່ວນທີ່ເຫຼືອນັ້ນກໍ່ສາມາດນໍາໄປຂາຍຢູ່ຕາມຕະຫຼາດໄດ້
- ດ້ານເຕັກນິກຂອງການກະສິກໍານີ້ລາວໄດ້ມີເຕັກນິກທີ່ດີສໍາລັບພືດທີ່ລາວປູກ
ແລະ ການຜະລິດຂອງລາວນີ້ກໍ່ເປັນການຜະລິດທີ່ປອດສານເຄມີໂດຍທີ່ໃຊ້ແຕ່ຝຸ່ນຄອກ ແລະ
ຝຸ່ນຊີວະພາບເທົ່ານັ້ນ
- ສໍາລັບດ້ານເສດຖະກິດຂອງລາວນີ້ແມ່ນສະຫຼຸບໄດ້ດັ່ງນີ້
· ຕົ້ນທຶນທັງໝົດຂອງການຜະລິດກະສິກໍາໃນຄັ້ງນີ້ຂອງ
ແມ່ຕູ້ ບຸນມີ ຕາມະຍົດ ແມ່ນ
= 4 271 000 ກີບ
· ລາຍຮັບທີ່ໄດ້ໃນການຜະລິດທັງໝົດຄັ້ງນີ້ແມ່ນ
= 19 044 000 ກີບ
· ລາຍໄດ້ທັງໝົດຫຼັງຈາກຫັກຕົ້ນທຶນອອກແລ້ວແມ່ນ
= 14 773 000 ກີບ
- ຜ່ານການສຶກສາຕົວຈິງຈາກການເກັບຂໍ້ມູນທີ່ຜ່ານມາຢາກສະເໜີເເນະມາຍັງຜູ້ທີ່ຢາກຈະເຮັດກ່ຽວກັບການຜະລິດກະສິກໍາ
- ປ່າໄມ້ ນີ້ຄວນຈະເອົາການຜະລິດຂອງແມ່ຕູ້ ບຸນມີ ຕາມະຍົດ ນີ້ໄປເປັນຕົວຢ່າງ
- ຢາກສະເໜີຕໍ່ກັບຜູ້ທີ່ຈະສຶກສາກ່ຽວກັບການຜະລິດກະສິກໍາ
- ປ່າໄມ້ນີ້ ຄວນຈະໄດ້ມີການຄໍານຶງເຖິ່ງດ້ານສິ່ງແວດລ້ອມຂອງການຜະລິດໄປນໍາ
- ຢາກສະເໜີຕໍ່ກັບຜູ້ທີ່ຈະສຶກສາຕໍ່ປື້ມຫົວນີ້ຖ້າຮາກວ່າພົບຂໍ້ຜົກຜ່ອງ
ແລະ
ຂໍ້ມູນຫາກຄາດຫາຍບໍ່ຄົບຖ້ວນບ່ອນໃດໃຫ້ຫາຂໍ້ມູນມາເພີ່ມເຕີມແລ້ວປະກອບເຂົ້າໃຫ້ຄົບຖ້ວນ
ແລະ ສົມບູນແບບດ້ວຍ.
ເອກະສານອ້າງອີງ
¡ö©Ï¾¨-¸È¾-©É¸¨-¡½¦ò¡¿,
1998.
¡ö©Ï¾¨-¸È¾-©É¸¨-ê†-©ò,
2003.
Á¡É¸-¯½-À¦ó© ¥¿¯¾-Á©¤ ²Éº´-£½½,
2005.
¡¾-©¿-Àó-¡¾-°½ìò©-¡½¦ò¡¿-ªÒ-Àˆº¤-Á®®-¯½¦ö´-¯½¦¾-ê¿-´½-§¾©-ê†-³¾-´¦ó-¹¾-¥ñ¡
®É¾-©ö¤-¾-꺤, -À´õº¤-¦ó-£©-ª½®º¤, -½£ºÍ¸¤-¸¼¤-¥ñ.
ຟາມທອງສຸວັນນີ
ìñ©¦½Ïó -À´¡¦½¹¸ñ ²Éº´-£½½,
2006.
¡¾-¯½-À´ó-°ö-¯½-¹¨-©¢º¤-¡¾-¿-çÉì½®ö®-¡½¦ò¡¿-Á®®-¯½¦ö´-¯½¦¾-Ã-Àœºê†-¦¸-£ö¸(¦¸-®É¾)®É¾-¦ò-ħ,
-À´õº¤-¯¾¡-§ñ, -Á¢¸¤-®ðìò-£¿-ħ.
![]() |
|||
![]() |
![]() |
|||
![]() |

![]() |
|||
![]() |

![]() |
|||
![]() |
ສາລະບານ