วันจันทร์ที่ 26 ธันวาคม พ.ศ. 2559

ກະສິກໍາ - ປ່າໄມ້

ວຽກງານກະສິກໍາ - ປ່າໄມ້ ກໍ່ເປັນວິຊາໜຶ່ງທີ່ມີບົດບາດ ແລະ ມີຄວາມສໍາຄັນຫຼາຍໃນປະເທດເຮົາເນື້່ອງຈາກວ່າປະຊາຊົນລາວສ່ວນໃຫຍ່ແມ່ນມີອາຊີບເປັນຊາວກະສິກອນ, ນັບແຕ່ປີ 1975 ເປັນຕົ້ນມາລັດຖະບານໄດ້ພຍາຍາມອອກນະໂຍບາຍຕ່າງໆເພຶ່ອພັດທະນາເສດຖະກິດ ແລະ ສັງຄົມໂດຍສະເພາະແມ່ນ ການກະສິກໍາ - ປ່າໄມ້ ເຊິ່ງຖືເປັນບຸລິມະສິດຂອງແຜນພັດທະນາ. ລະບົບກະສິກໍາແບບປະສົມປະສານເຊິ່ງເປັນການນໍາໃຊ້ດິນຢ່າງມີປະໂຫຍດ ແລະ ຄຸນຄ່າ, ເຊີ່ງມັນເປັນການປູກຝັງ ແລະ ລ້ຽງສັດໃນພື້ນທີ່ດຽວກັນ, ເວລາດຽວກັນ ຫຼື ຕ່າງເວລາເພຶ່ອໃຫ້ໄດ້ຜົນຜະລິດທີ່ເພີ່ມຂື້ນ, ສາມາດຕອບສະໜອງອາຫານ, ໄມ້ສໍາລັບໃຊ້ສອຍ ແລະ ໄດ້ຮັບຜົນລະປູກ.
ໃນການພັດທະນາໃນປັດຈຸບັນແມ່ນແນ່ໃສ່ການປົກປັກຮັກສາເນື້ອທີ່ດິນ ແລະ ການຈໍາກັດເນື້ອທີ່ບໍ່ໃຫ້ເຊື່ຶອມຄຸນນະພາບ. ສະນັ້ນເມື່ອເຫັນວ່າວຽກງານນະໂຍບາຍການພັດທະນາວຽກງານກະສິກໍາ - ປ່າໄມ້ໃນເຂດທີ່ມີດິນຈໍາກັດບໍ່ວ່າຈະເປັນຕົວເມືອງ ຫຼື ຊົນນະບົດເພື່ອໃຫ້ດິນມີປະສິດທິພາບສູງ ແລະ ຮັບຜົນຫຼາຍຢ່າງຕໍ່ເນື່ອງ ແລະ ທີ່ສໍາຄັນຕ້ອງມີຕະຫຼາດຮອງຮັບເພື່ອເປັນການຜະລິດໃຫ້ກຸ້ມຕົນເອງ ແລະ ເປັນສິດຄ້ານັບມື້ນັບຫຼາຍຂື້ນ ແລະ ກ້ວາງໄກ. ນອກຈາກນີ້ແລ້ວຍັງເປັນການຢຸດຕິການຖາງປ່າເຮັດໄຮ່, ການຕັດໄມ້ທໍາລາຍປ່າ ແລະ ການຂຸດຄົ້ນໄມ້ຢ່າງຊະຊາຍ. ການສຶກສາລະບົບກະສິກໍາ - ປ່າໄມ້ແບບປະສົມປະສານເພື່ອນໍາໃຊ້ເຂົ້າໃນເຂດຕ່າງໆຂອງປະເທດໂດຍສະເພາະແມ່ນການພັດທະນາບຸກຄະລະກອນທີ່ມີຄວາມຮູ້ຄວາມສາມາດ, ຄວາມສໍານານໃນວຽກງານການໃຊ້ລະບົບກະສິກໍາ - ປ່າໄມ້ ເພື່ອການນໍາໃຊ້ທີ່ດດິນໃຫ້ສົມເຫດສົມຜົນ ແລະ ເກີດປະໂຫຍດສູງສຸດ.







ຈາກວຽກງານກະສິກໍາ - ປ່າໄມ້ ກໍ່ເປັນຂະແໜງໜຶ່ງທີ່ມີບົດບາດສໍາຄັນຕໍ່ກັບລະບົບເສດຖະກິດແຫ່ງຊາດ. ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ຄວາມຮູ້ວິຊາການດ້ານການກກະສິກໍາ - ປ່າໄມ້ໃຫ້ກ້ວາງຂວາງເປັນຂໍ້ມູນພື້ນຖານໃຫ້ແກ່ຜູ້ທີ່ຈະສຶກສາໄດ້ຄົ້ນຄ້ວາ, ພິຈາລະນາ ແລະ ນໍາໄປຈັດຕັ້ງປະຕິບັດ
ການສຶກສາດ້ານວຽກງານກະສິກໍາ - ປ່າໄມ້ ແມ່ນ: ເປັນບັນຫາທີ່ຈະຕ້ອງໄດ້ມີການພັດທະນາ ແຕ່ປັດຈຸບັນຂໍ້ມູນທາງດ້ານວິຊາການຍັງມີຈໍາກັດ, ດັ່ງນັ້ນຈຶ່ງບໍ່ສາມາດດໍາເນີນການພັດທະນາໄດ້ດີເທົ່າທີ່ຄວນ.


-    ສຶກສາຮູບແບບການນໍາໃຊ້ທີ່ດິນ
-    ສຶກສາເຕັກນິກການການຜະລິກກະສິກໍາ - ປ່າໄມ້
-    ສຶກສາດ້ານເສດຖະກິດ

ການຂຽນບົດລາຍງານຄັ້ງນີ້ຍ້ອນວ່າມີຄວາມຈໍາກັດດ້ານເວລາ ແລະ ງົບປະມານ ດັ່ງນັ້ນພວກຂ້າພະເຈົ້າຈຶ່ງໄດ້ສຶກສາສະເພາະຮູບແບບການນໍາໃຊ້ທີ່ດິນ, ເຕັກນິກການການຜະລິກກະສິກໍາ - ປ່າໄມ້, ດ້ານເສດຖະກິດ ແລະ ຈະໄດ້ສຶກສາເອົາຂໍ້ມູນລວມໆພາຍໃນໜຶ່ງປີເທົ່ານັ້ນ ສ່ວນວ່າຂໍ້ມູນອື່ນໆແມ່ນຈະບໍ່ໄດ້ສຶກສາ.




ແມ່ນການນໍາໃຊ້ທີ່ດິນແບບປະສົມປະສານທີ່ມີອົງປະກອບຄື: ຕົ້ນໄມ້ ( ໄມ້ຢືນຕົ້ນ ) , ພືດກະສິກໍາ ແລະ ອາດຈະມີການລ້ຽງສັດໃສ່ພ້ອມໃນພື້ນທີ່ດຽວກັນ ແລະ ເວລາດຽວກັນ ຫຼື ຕ່າງເວລາ, ເຊີ່ງອົງປະກອບແມ່ນມີການຈັດວາງຕາມຊ່ອງຫວ່າງຂອງພື້ນທີ່ ຫຼື ຕາມເວລາຂອງການປະຕິບັດເພື່ອໃຫ້ເກີດການເກື້ອກຸນກັນທາງດ້ານນິເວດ ແລະ ເສດຖະກິດ. ສ້າງເສດຖະກິດທີ່ໝັ້ນຄົງໂດຍການໃຊ້ເຕັກນິກທີ່ເໝາະສົມທີ່ປະຊາຊົນສາມັນສາມດນໍາໄປປະຕິບັດໄດ້.

2.2.1  ການສົ່ງເສີມການພັດທະນາທີ່ດິນ
ລັດສົ່ງເສີມທຸກພາກສ່ວນເສດຖະກິດ - ສັງຄົມ ປະກອບສ່ວນເຂົ້າໃນການພັດທະນາທີ່ດິນດ້ວຍການວາງນະໂຍບາຍ, ວິທີການ ແລະ ມາດຕະການຕ່າງໆເຊັ່ນ: ການສຶກສາອົບຮົ່ມ ແລະ ການສ້າງຕັ້ງກອງທຶນດ້ານແຮງງານ, ວັດຖຸ, ທຶນຮອນ, ເຕັກໂນໂລຊີ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການຄຸ້ມຄອງບໍລິຫານທີ່ດິນເພື່ອໃຫ້ມີຄຸນນະພາບດີ ແລະ ມີມູນຄ່າເພີ່ມຂື້ນ ( ກົດໝາຍວ່າດ້ວຍທີ່ດິນ 2003 )

2.2.1 ການສົ່ງເສີມການຜະລິດກະສິກໍາ
ລັດຊຸກຍູ້ ແລະ ສົ່ງເສີມປະຊາຊົນບັນດາເຜົ່າທຸກພາກສ່ວນເສດຖະກິດທັງພາຍໃນ ແລະ ຕ່າງປະເທດໃຫ້ລົງທຶນໃສ່ການຜະລິດກະສິກໍາຢ່າງກ້ວາງຂວາງ ແລະ ທັນສະໄໝເທື່ອລະກ້າວເພື່ອເປັນອາຫານ, ເປັນສິນຄ້າ, ເປັນວັດຖຸດິບ, ຕອບສະໜອງໂຮງງານອຸດສາຫະກໍາປຸງແຕ່ງພາຍໃນປະເທດເພື່ອສົ່ງອອກຕ່າງປະເທດ. ( ກົດໝາຍວ່າດ້ວຍກະສິກໍາ 1998 )



ໃນເມື່ອກ່ອນແມ່ຕູ້ ບຸນມີ ຕາມະຍົດ ເປັນເປັນພະນັກງານບໍານານມີຄົນກົກເຄົ້າຢູ່ ເມືອງ ກາສີ ແຂວງ ວຽງຈັນ ລາວໄດ້ຍົກຍ້າຍຄອບຄົວມາຢູ່ທີ່ ບ້ານ ນາພອກ ເມືອງ ໄຊທານີ ແຂວງ ນະຄອນຫຼວງ ໂດຍການຊື້ດິນແລ້ວປັກຫຼັກຖານຢູ່ທີ່ນີ້, ພື້ນທີ່ດິນທີ່ລາຍຊື້ນັ້ນມີເນື້ນທີ່ 2 ໄຮ່, ໄດ້ແບ່ງອອກເປັນ 2 ຕອນຄື: ດິນປຸກສ້າງ ແລະ ດິນສວນ . ດິນຂອງລາວນີ້ສ່ວນທີ່ເປັນດິນສວນນັ້ນລາວໄດ້ປູກຕົ້ນໄມ້ກິນໝາກໃສ່ຊັບປົນກັບຕົ້ນໄມ້ທໍາມະຊາດທີ່ລາວຈົ່ງໄວ້ໃຫ້ເປັນຮົ່ມເງົາໃນຕອນລາວມາບຸກເບີກພື້ນທີ່ໃໝ່. ໃນຕອນນັ້ນການກະສິກໍາ - ປ່າໄມ້ຍັງບໍ່ທັນເປັນທີ່ນິຍົມກັນຫຼາຍຢູ່ລາວຈຶ່ງປູກພຽງແຕ່ໄມ້ໃຫ້ໝາກກັບໄມ້ໃຊ້ສອຍເທົ່ານັ້ນ
ຫຼັງຈາກຢູ່ມາໄດ້ຊົ່ວໄລຍະກໍ່ໄດ້ຮູ້ຈັກຄໍາວ່າກະສິກໍາ - ປ່າໄມ້ ລາວຈຶ່ງ ສົນໃຈ ແລະ ຫັນມາເຫັນເຮັດການກະສິກໍາ - ປ່າໄມ້ ໂດຍການປູກພືດກະສິກໍາໃສ່ກ້ອງຕົ້ນໄມ້ ແລະ ຍືດຖືການເຮັດກະສິກໍາ - ປ່າໄມ້ນີ້ເປັນອາຊີບ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວຂອງລາວໄດ້ຫຼາຍພໍສົມຄວນໃນຊ່ວງລະດູການຜະລິດໜຶ່ງ.


ບ້ານ ນາພອກ ນອນຢູ່ໃນເມືອງ ໄຊທານີ ແຂວງ ນະຄອນຫຼວງ ເຊີ່ງມີຂອບເຂດຊາຍແດນແຕ່ລະທິດຕິດກັບບ້ານດັ່ງນີ້:

·         ທິດເໜືອຕິດກັບ ບ້ານ ໜອງສອງຫ້ອງ
·         ທິດໃຕ້ຕິດກັບ ບ້ານ ແສນອຸດົມ
·         ທິດຕາເວັນອອກຕິດກັບ ບ້ານ ນາສາລາ
·         ທິດຕາເວັນຕົກຕິດກັບ ບ້ານ ປາກຊາບ


4.1    ອຸປະກອນຂອງການສຶກສາ

ສໍາລັບອຸປະກອນໃນການສຶກສາພາກປະຕິບັດໂຕຈິງໃນພາກສະໜາມຄັ້ງນີ້ແມ່ນຈະໄດ້ມີການນໍາໃຊ້ທີ່ແຕກຕ່າງກັນດັ່ງນີ້:
Ø  ¯œ´®ñ­-êô¡
Ø  ®ò-¡
Ø  -À¥É¨ A4
Ø  -Á®®-³º´¦¿²¾©
Ø  ¥ñ¡-£ò©-ÄìÈ
Ø  ¡Éº¤-«È¾¨»ø®
Ø  £º´-²ò¸-Àªó

ໃນການສຶກສາຄັ້ງນີ້ແມ່ນຈະໄດ້ສຶກສາຢູ່ 2 ວິທີຄື: ການສຶກສາຂໍ້ມູນມືໜຶ່ງ (ພາກສະໜາມຕົວຈິງ) ແລະ ສຶກສາຂໍ້ມູນມືສອງ (ພາກຫ້ອງການ)
4.2.1  ສຶກສາຂໍ້ມູນມືໜຶ່ງ (ພາກສະໜາມຕົວຈິງ)
ການສຶກສາພາກສະໜາມຕົວຈິງນີ້ແມ່ນພວກເຮົາຈະໄດ້ປະຕິບັດກັນດັ່ງນີ້: ພວກເຮົາໄດ້ລົງພື້ນທີ່ສໍາພາດເຈົ້າຂອງສວນຕົວຈິງກ່ຽວກັນເຕັກນິກການຜະລິດກະສິກໍາ - ປ່າໄມ້, ຮູບແບບການນໍາໃຊ້ທີ່ດິນແບບປະສົມປະສານ ແລະ ສໍາພາດກ່ຽວກັບລາຍຮັບລາຍຈ່າຍຂອງການຜະລິດກະສິກໍາແບບປະສົມປະສານ ແລະ ໄດ້ນໍາເອົາຂໍ້ມູນດັ່ງກ່າວນັ້ນມາປະກອບເຂົ້າໃນການຂຽນບົດລາຍງານຄັ້ງນີ້ຢ່າງແທ້ຈິງ ແລະ ຄົບຖ້ວນ
4.2.2 ສຶກສາຂໍ້ມູນມືສອງ (ພາກຫ້ອງການ)
ການສຶກສາເອົາຂໍ້ມູນມືສອງນີ້ແມ່ນໄດ້ສຶກສາຕາມປື້ມ, ຕໍາລາ, ຫໍສະໝຸດ, ປື້ມລຸ້ນອ້າຍເອື້ອຍ ແລະ ເອກະສານທີ່ກ່ຽວຂ້ອງເພຶ່ອນໍາເອົາມາເບິ່ງແບບຢ່າງ ແລະ ວິທີການໃນການສຶກສາຫາຂໍ້ມູນເພີ່ມເຕີມນີ້ເພຶ່ອສະດວກໃນການຂຽນບົດລາຍງານຄັ້ງນີ້
ສວນກະສິກໍາ - ປ່າໄມ້ຂອງແມ່ຕູ້ ບຸນມີ ຕາມາຍົດ ນີ້ໄດ້ມີການແບ່ງພື້ນທີ່ການນໍາໃຊ້ທີ່ດິນດັ່ງນີ້: ໃນພື້ນທີ່ດິນລາວນີ້ເຖິ່ງວ່າຈະບໍ່ກ້ວາງແຕ່ລາວກໍ່ແບ່ງພື້ນທີ່ໄດ້ເໝາະສົມຄືລາວຈະໄດ້ແບ່ງດິນອອກເປັນສອງສ່ວນຄື:
-         ສ່ວນໜຶ່ງລ້ອມຮົ້ວໃຊ້ສໍາລັບລ້ຽງສັດຄື: ລ້ຽງເປັດ ແລະ ລ້ຽງໄກ່ຕາມກ້ອງຕົ້ນໄມ້ ແລະ ປຸກຄອກເພຶ່ອການພັກພ່ອນຂອງເປັດ ແລະ ໄກ່. ການລ້ຽງເປັດໄກ່ນີ້ແມ່ນຈະບໍ່ລ້ຽງເປັນສິນຄ້າ ລາວຈະລ້ຽງເພຶ່ອຮັບໃຊ້ພາຍໃນຄອບຄົວໂດຍທີ່ບໍ່ຕ້ອງໄດ້ອອກໄປຊື້ຢູ່ຕະຫຼາດເພື່ອສິ້ນເປືອງ.
-         ອີກສ່ວນທີ່ສອງແມ່ລາວໄດ້ປູກພືດກະສິກໍາໃສ່ຕາມກ້ອງຕົ້ນໄມ້ເພື່ອເປັນອາຫານ ແລະ ສ່ວນທີ່ເຫຼືອນັ້ນກໍ່ສາມາດນໍາໄປຂາຍຢູ່ຕາມຕະຫຼາດໄດ້, ພືດທີ່ລາວປູກນັ້ນຈະມີ: ຜັກກາດ, ຜັກຫອມປ້ອມ, ຜັກຫອມກະທຽມ, ຜັກຫອມບົ່ວ, ຜັກສະລັດ, ຫົວສີໄຄ ແລະ ອັນທີ່ຫຼັກໆນັ້ນກໍ່ແມ່ນໝາກເພັດນັ້ນເອງ,​ນອກເໜືອໄປຈາກນີ້ລາວຍັງໄດ້ປຸກຕູມນ້ອຍໃສ່ກາງສວນເພື່ອລ້ຽງຈີ່ລີດຂະໜາດນ້ອຍເພື່ອກິນພາຍໃນຄອບຄົວນໍາອີກ.

5.2.1  ການລ້ຽງເປັດ ແລະ ໄກ່
Ø  ການກະກຽມພື້ນທີ່
ໃນການກະກຽມພື້ນທີ່ນີ້ແມ່ນໄດ້ແບ່ງພື້ນທີ່ດິນກະສິກໍາສ່ວນໜຶ່ງໄວ້ພໍປະມານເພື່ອທີ່ຈະສ້າງຄອກໃຫ້ເປັດ - ໄກ່ 2 ຫຼັງຄື: ຫຼັງໜຶ່ງມີຂະໜາດຄວາມຍາວ 6 ແມັດ ແລະ ລວງກ້ວາງ 3 ແມັດ ເຮັດເປັນ 3 ຫ້ອງເພຶ່ອທີ່ຈະໄດ້ໄດ້ແຍກຂະໜາດຂອງໄກ່ອອກບໍ່ໃຫ້ປົນເປກັນ ແລະ ຫຼັງທີ່ 2 ນີ້ແມ່ນມີຂະໜາດ 1 x 2 ແມັດມີຄວາມສູງຈາກໜ້າດິນປະມານ 50 ຊັງຕີແມັດ ເພຶ່ອໃຊ້ສໍາລັບໄກ່ນ້ອຍທີ່ຫາແຕ່ແຕກອອກມາໃໝ່



Ø  ການໃຫ້ອາຫານ ແລະ ເບິ່ງແຍງດູແລຮັກສາ
ໃນການໃຫ້ອາຫານສັດນີ້ແມ່ນຈະໄດ້ໃຫ້ກິນມື້ໜຶ່ງ 2 ເທື່ອຄື: ຕອນເຊົ້າ ແລະ ຕອນແລງສໍາຫຼັບສັດໃຫຍ່ ແລະ ສໍາລັບສັດນ້ອຍແມ່ນຈະໄດ້ໃຫ້ອາຫານຕະຫຼອດເລີຍໃຫ້ກິນຢ່າງເຕັມທີ່ໃສ່ປະໄວ້ຫຼາຍໃຫ້ກິນໝົດມື້ບໍ່ໃຫ້ຂາດເພາະຈະເຮັດໃຫ້ມັນຈະເລີນເຕີບໂຕໄດ້ດີ, ຫຼັງຈາກໃຫຍ່ພໍປະມານ ແລະ ສາມາດຫາກິນເອງໄດ້ແລ້ວຈຶ່ງປ່ອຍລົງດິນ ສໍາລັບສັດນີ້ແມ່ນຈະບໍ່ໄດ້ເອົາໃຈໃສ່ຫຍັງຫຼາຍເພາະວ່າບໍ່ໄດ້ເຮັດເປັນເສດຖະກິດ ລ້ຽງສະເພາະຮັບໃຊ້ຄອບຄົວ ມີພຽງແຕ່ໃຫ້ອາຫານຕາມປົກກະຕິກໍ່ພໍ, ການດູແລຮັກສານີ້ສ່ວນຫຼາຍຈະເປັນລະດູຝົນເພາະຈະເຮັດໃຫ້ສັດເກີດພະຍາດໄດ້ງ່າຍຈຶ່ງມີການປ້ອງກັນໂດຍການກັກຄັງບໍລິເວນຂອງສັດບໍ່ຄວນປ່ອຍຊະຊາຍ.
5.2.2  ການປູກພືດ
Ø  ການກະກຽມພື້ນທີ່
ການກຽມພື້ນທີ່ນີ້ແມ່ນຈະໄດ້ມີການເຮັດຮົ້ວອ້ອມສວນເພຶ່ອປ້ອງກັນສັດລ້ຽງເຂົ້າໄປລົບກວນຜົນລະປູກ, ຫຼັງຈາກທີ່ລ້ອມຮົ້ວແລ້ວກໍ່ຈະໄດ້ມີການຂຸດດິນເຮັດໜານເພຶ່ອກຽມປູກພືດກະສິກໍາທີ່ຕ້ອງການ ໜານຈະມີຂະໜາດ 1,2 x 10 ແມັດ ແລະ ຫ່າງກັນລະຫວ່າງໜານຕໍ່ໜານແມ່ນມີຂະໜາດ 25 x 25ຊັງຕີແມັດ ສ່ວນພື້ນທີ່ໃຊ້ສໍາລັບປູກໝາກເພັດແມ່ນຈະບໍ່ໄດ້ຂຸດໜານຄືກັນກັບພັກພືດຊະນິດອື່ນ, ໝາກເພັດຈະໄດ້ມີການປູກເຟືອງກ່ອນທີ່ຈະປູກ, ໝາກເພັດຈະປູເຟືອງຂຸດຂຸມໃສ່ຕາມພື້ນທີ່ເຟືອງທີ່ປູ, ຂຸມຈະມີຂະໜາດ 20 x 20 ຊັງຕີແມັດ ແລະ ຫ່າງກັນ 50 x 50 ຊັງຕີແມັດ
Ø  ການປູກ
ການລົງມືປູກນີ້ແມ່ນຈະໄດ້ປະຕິບັດ ແລະ ລົງມືໃນຕົ້ນເດືອນກັນຍາ ເພາະວ່າຊ່ວງໄລຍະນີ້ແມ່ນລະດູຝົນໄກ້ຈະສິ້ນສຸດລົງ ແລະ ແນວພັນຕ່າງໆນັ້ນແມ່ນຊື້ຈາກຮ້ານ ໄຊສະຫວ່າງ ມີຂັ້ນຕອນດັ່ງນີ້:
- ຜັກກາດ ແລະ ຜັກສະລັດ ຈະໄດ້ມີການເຮັດໜານເພຶ່ອວ່ານແກ່ນຜັກກາດໃຫ້ແຕກງອກກ່ອນທີ່ຈະເອົາໄປບົງໃສ່ໜານທີ່ກຽມໄວ້ປູກນັ້ນ, ຫຼັງຈາກວ່ານແກ່ນຜັກໄດ້ປະມານ 3 – 4 ມື້ກໍ່ຈະມີການແຕກງອກເປັນເບ້ຍນ້ອຍ ໄດ້ປະມານ 1 – 2 ທິດແລ້ວຈຶ່ງສາມາດເອົາເບ້ຍຜັກນັ້ນໄປບົງໃສ່ໜານທີ່ຕຽມໄວ້ນັ້ນ, ໃນການບົງນີ້ຈະມີໄລຍະຫ່າງລະຫວ່າງຕົ້ນຕໍ່ຕົ້ນແມ່ນ 20 x 20 ຊັງຕີແມັດ ແລະ ລະຫວ່າງແຖວຕໍ່ແຖວແມ່ນ 20 x 20 ຊັງຕີແມັດ
- ຜັກຫອມກະທຽມ ແລະ ຜັກຫອມບົ່ວ ແມ່ນ ຈະໄດ້ປູກໃສ່ກັບໜານໂດຍກົງໃນການທີ່ລາວຈະແກະເອົາຫົວທີ່ໃຫຍ່ ແລະ ບໍ່ແມ່ນຫົວທີ່ເໜົ່າ ແລະ ແມງເຈາະໄປປູກ, ຈະມີການເອົາໄມ້ນ້ອຍພໍປະມານຊີດິນໜາໃຫ້ເປັນຮູແລ້ວນໍາເອົາຫົວຜັດທີ່ຈະປູກເນັກລົງໃສ່ ໃນການປູກນີ້ຈະມີໄລຍະຫ່າງລະຫວ່າງຕົ້ນຕໍ່ຕົ້ນແມ່ນ 10 x 10 ຊັງຕີແມັດ ແລະ ລະຫວ່າງແຖວຕໍ່ແຖວແມ່ນ 10 x 10 ຊັງຕີແມັດ ເພາະວ່າຜັກປະເພດນີ້ການຈະເລີນເຕີບໂຕທາງດ້ານເຮືອນຍອດນ້ອຍຈຶ່ງປູກຖີ່ໄດ້
- ຜັກຫອມປ້ອມ ແລະ ຜັກຫອມຊີ ແມ່ນລາວຈະໄດ້ເອົາແກ່ນຫວ່ານໃສ່ໜານໂດຍກົງເລີຍເພາະວ່າລໍາຕົ້ນ ແລະ ເຮືອນຍອດຂອງຜັກທັງສອງຊະນິດນີ້ບໍ່ໃຫຍ່ການຊົງໂຕຂອງມັນຈຶ່ງໄດ້ດີ ແຕ່ວ່າໃນການວ່ານນີ້ກໍ່ຄວນຈະວ່ານຕາມໃຈໄດ້ຕ້ອງວ່ານບາງໆບໍ່ວ່ານຫຼາຍ ແລະ ໜາເກີນໄປເພາະມັນຈະເຮັດໃຫ້ຜັກຕຶບໜາເກີນໄປໃນເວລາມັນຈະເລີນເຕີບໃຫຍ່
- ຫົວຊິງໄຄ ລາວຈະເອົາຫົວໄປຝັງໂດຍກົງລຽບຕາມແຄມສວນ, ຫົວຊິງໄຄນີ້ລາວຈະບໍ່ໄດ້ປູກເປັນໜານ ແລະ ເປັນລະບຽບຄືກັນກັບຜັກຊະນິດອື່ນໆ
- ໝາກເຜັດແມ່ນ ລາວຈະໄດ້ມີການສ້າງໜານຫວ່ານແກ່ນກ່ອນເຮັດຄືກັນກັບຜັກກາດຫຼັງຈາກນັ້ນລາວກໍ່ຈະນໍາໄປປູກໃສ່ພື້ນທີ່ທີ່ປູເຟືອງ ແລະ ຂຸດຂຸມໄວ້ນັ້ນ ໃນການປູກນີ້ຈະມີໄລຍະຫ່າງລະຫວ່າງຕົ້ນຕໍ່ຕົ້ນແມ່ນ 50 x 50 ຊັງຕີແມັດ ແລະ ລະຫວ່າງແຖວຕໍ່ແຖວແມ່ນ 50 x 50 ຊັງຕີແມັດ
Ø  ການດູແລຮັກສາ
ສໍາລັບການດູແລຮັກສານີ້ແມ່ນຈະບໍ່ໄດ້ຫຍຸ້ງຍາກ ແລະ ລໍາບາກພໍປານໃດແຕ່ວ່າຕ້ອງໄດ້ໃຫ້ຄວາມເອົາໃຈໃສ່ແກ່ຜົນລະປູກນັ້ນໃຫ້ເປັນປະຈໍາເຊັ່ນວ່າ: ການໃຫ້ນໍ້ານັ້ນຈະຕ້ອງບໍ່ໃຫ້ຂາດຈະໄດ້ໃຫ້ນໍ້າແກ່ຜົນລະປູກມື້ໜຶ່ງ 2 ຄັ້ງ ເຊົ້າ ແລະ ແລງ , ນອກຈາກນັ້ນເມື່ອປູກໄປໄດ້ໄລຍະໜຶ່ງແລ້ວຮາກຂອງຜັກແຂງແຮງ ແລະ ຜັກຈະເລີນເຕີມໂຕໄດ້ພໍສົມຄວນແລ້ວກໍ່ຈະໄດ້ມີການຈິ້ມພູນດິນອ້ອມລໍາຕົ້ນຂອງຜັກເພຶ່ອທີ່ຈະໃສ່ຝຸ່ນໃຫ້ກັບພືດ ແລະ ເຮັດໃຫ້ຮາກຂອງພືດຈະເລີນເຕີບໂຕໄດ້ດີ, ສໍາລັບຝຸນທີ່ລາວເອົາໃສ່ຜັກນັ້ນແມ່ນໄດ້ມາຈາກຄອກເປັດຄອກໄກ່ຂອງລາວ ຖ້າຮາກວ່າຝຸ່ນທີ່ລາວມີນັ້ນບໍ່ພໍກໍ່ຈະໄດ້ໄປເອົາຝຸ່ນຂີ້ຄວາຍຂອງລາວທີ່ລາວເອົາໃຫ້ປະຊາຊົນໃນບ້ານນັ້ນລ້ຽງມາໃສ່ຕື່ມ ແລະ ຖ້າຮາກວ່າບໍ່ພໍ່ໃສ່ລາວກໍ່ຊື້ຂີ້ງົວກັບປະຊາຊົນແຖວບ້ານໃສ່ຕື່ມອີກ. ການຜະລິດກະສິກໍາຂອງລາວນີ້ແມ່ນປອດສານຜິດໂດຍທີ່ບໍ່ໃສ່ຝຸນ, ບໍ່ໃສ່ປຸຍເຄມີໃດໆເລີຍ ການດູແລຮັກສານີ້ຈະມີຂໍ້ຫຍຸ້ງຍາກເລັກນ້ອຍຢູ່ບ່ອນວ່າພະຍາດ ແລະ ແມງໄມ້ມັກທໍາລາຍເພາະວ່າລາວບໍ່ໄດ້ໃຊ້ສານເຄມີ ແຕ່ວ່າລາວກໍ່ເອົາໃຈໃສ່ຕໍ່ກັບຜົນລະປູກຂອງລາວເປັນຢ່າງດີໃຫ້ໄດ້ຮັບຜົນກະທົບນ້ອຍທີ່ສຸດເທົ່າທີ່ເຮັດໄດ້.
Ø  ການເກັບກູ້
ການເກັບກູ້ນີ້ຈະໄດ້ມີໄລຍະເວລາຕ່າງກັນເນື່ອງຈາກວ່າການຈະເລີນເຕີບໂຕຂອງຜັກແຕ່ລະຊະນິດນີ້ບໍ່ຄືກັນສະນັ້ນຈຶ່ງມີການເກັບກູ້ທີ່ແຕກຕ່າງກັນດັ່ງນີ້:
- ຜັກກາດ ຫຼັງຈາກທີ່ໄດ້ມີການບົງສໍາເລັດແລ້ວຈະໄດ້ໃຊ້ເວລາປະມານ 4 – 6 ອາທິດກໍ່ສາມາດເກັບກູ້ໄດ້ແລ້ວ
- ຜັກສະລັດ ຜັກຊະນິດນີ້ເປັນຜັກທີ່ວ່າມີຄວາມລະອຽດອ່ອນ ແລະ ມີການຈະເລີນເຕີບໂຕໄດ້ໄວ້ພໍສົມຄວນ ຫຼັງຈາກບົງລົງໜານແລ້ວປະມານ 2 – 3 ອາທິດກໍ່ສາມາດເກັບກູ້ໄດ້ແລ້ວ
- ຜັກຫອມບົ່ວ ແລະ ຜັກກະທຽມ ຈະຕ້ອງໄດ້ໃຊ້ເວລາແດ່ໜ້ອຍໜຶ່ງເພາະວ່າຜັກຈໍາພວກນີ້ແມ່ນບໍ່ໄດ້ປູກດ້ອຍເບ້ຍຈຶ່ງບໍ່ສາມາດຮັບຜົນໄວ້ຄືກັບຊະນິດທີ່ເອົາເບ້ຍມາລບົງນັ້ນ, ຜັກຈໍາພວກນີ້ຈະໄດ້ໃຊ້ເວລາປະມານ 1 – 2 ເດືອນຈຶ່ງສາມາດນໍາໃຊ້ໄດ້
- ຜັກຫອມປ້ອມ ແລະ ຜັກຊີ ເປັນຜັກທີ່ໃຫຍ່ໄວສາມາດເອົາມານໍາໃຊ້ໄດ້ໄວປະມານ 2 – 3 ອາທິດກໍ່ສາມາດນໍາໃຊ້ໄດ້ແລ້ວ
- ຫົວຊິງໄຄ ເປັນພືດທີ່ມີການຈະເລີນເຕີບໂຕຊ້າຈະໄດ້ໃຊ້ເວລາປະມານ 3 – 4 ເດືອນຈຶ່ງສາມາດກໍ່ໂຕເປັນສຸມ ແລະ ສາມາດນໍາມາປະກອບອາຫານໄດ້ ສະນັ້ນເພິ່ນຈຶ່ງບໍ່ຄ່ອຍຈະປູກຫົວຊິງໄຄນີ້ເປັນເສດຖະກິດຫຼັກເພາະວ່າມັນໃຫ້ຜົນຜະລິດຊ້າ ແລະ ລາຄາຖືກ
- ໝາກເຜັດ: ຫຼັງຈາກປູກໄດ້ປະມານ 3 – 4 ເດືອນ ກໍ່ສາມາດໄດ້ຮັບຜົນແລ້ວ, ໝາກເຜັດນີ້ເປັນພືດທີ່ວ່າເກັບຜົນໄດ້ຕະຫຼອດລະດູການ ຫຼັງຈາກເກັບໄປຊຸດນີ້ແລ້ວປະໄວ້ປະມານ 1 ອາທິດກໍ່ຈະເປັນເກັບໃໝ່ໄດ້ອີກ ເປັນແບບນີ້ໄປຈົນກວ່າຕົ້ນຂອງມັນຈະແກ່ເຖົ້າຈົນໝົດລະດູການ
ການເກັບກູ້ຜົນລະປູກນີ້ຫຼັງຈາກທີ່ໄດ້ເກັບກູ້ໄປເມີດແລ້ວກໍ່ຈະໄດ້ມີການພູນດິນເພຶ່ອປັບປຸງດິນແລ້ວປູກຊຸດຕໍ່ໄປເລືອຍໆຈົນກວ່າຈະໝົດລະດູການຂອງການຜະລິດຈຶ່ງຈະຢຸດເຊົາ

5.2.3  ການປູກຕົ້ນໄມ້
ຕົ້ນໄມ້ທີ່ປູກນີ້ສ່ວນໃຫຍ່ຈະເປັນໄມ້ກິນໝາກເຊັ່ນວ່າ: ຕົ້ນໝາກມ່ວງເປັນຫຼັກ ແລະ ນອກຈາກຕົ້ນໝາກມ່ວງນີ້ແລ້ວຍັງມີຕົ້ນໄມ້ເປືອຍ ສ່ວນຕົ້ນໄມ້ເປືອຍນີ້ແມ່ນບໍ່ໄດ້ປູກເອງລາວຈົ່ງປະໄວ້ຕັ້ງແຕ່ຕອນມາບຸກເບີກພື້ນທີ່ໃໝ່ໆ ການປູກຕົ້ນໄມ້ນີ້ແມ່ນລາວປູກຢັ່ງຢາຍກັນຢູ່ຕາມພື້ນທີ່ສວນເປັນລັກສະນະຮູບແບບປະສົມປະສານ.
ສໍາລັບລາຍຮັບລາຍຈ່າຍນີ້ແມ່ນຈະໄດ້ເວົ້າພຽງແຕ່ດ້ານເສດຖະກິດຂອງການປູກພືດກະສິກໍາໃສ່ກ້ອງຕົ້ນໄມ້ເທົ່ານັ້ນ ສ່ວນວ່າການລ້ຽງສັດ ແລະ ປູກຕົ້ນໄມ້ນັ້ນແມ່ນຈະບໍ່ໄດ້ເວົ້າເຖິງເພາະວ່າບໍ່ໄດ້ຜະລິດເພື່ອຈໍາໜ່າຍ, ຜະລິດເພຶ່ອໃຊ້ສອຍພາຍໃນຄອບຄົວເທົ່ານັ້ນ.

5.3.1  ລາຍຮັບ
ສໍາລັບລາຍຮັບນີ້ແມ່ນຈະໄດ້ຂາຍພຽງແຕ່ຜົນລະປູກບາງຊະນິດ ແລະ ບາງຊະນິດກໍ່ບໍ່ໄດ້ຂາຍ, ຈະຂາຍພຽແຕ່ ຜັກສະລັດ, ຜັກຫອມປ້ອມ, ຜັກຊີ ຜັກບົ່ວ, ຜັກກາດ ແລະ ໝາກເພັດ ເທົ່ານີ້ ສ່ວນວ່າ ຜັກຫອມກະທຽມ ແລະ ຫົວຊິງໄຄ ນີ້ແມ່ນບໍ່ໄດ້ຂາຍຈະປູກຮັບໃຊ້ພາຍໃນຄອບຄົວ. ລາຍຮັບລາຍຈ່ານນີ້ແມ່ນຂໍ້ມູນຂອງການຜະລິດໃນປີທີ່ຜ່ານມາເພາະວ່າປີນີ້ຍັງບໍ່ທັນໄດ້ຈໍາໜ່າຍເທື່ອເນື່ອງຈາກວ່າຜົນຜະລິດນີ້ຍັງບໍ່ທັນເປັນຂາຍ ແລະ ນໍາໃຊ້ໄດ້
ຕາຕະລາງ 1 : ລາຍຮັບລວມຂອງການຜະລິດໃນປີທີ່ຜ່ານມາ
ລໍາດັບ
ຊະນິດພືດ
ຈໍານວນທີ່ໄດ້ໜຶ່ງງວດ ກິໂລ
ຈໍານວນທີ່ໄດ້ໝົດປີ (ກິໂລ)
ລາຄາຕໍ່ໜຶ່ງກິໂລ
(ກີບ)
ລາຄາລວມ(ກີບ)
1
ຜັກກາດ
36
180
5000
900 000
2
ຜັກຫອມປ້ອມ
8
160
7000
1 120 000
3
ຜັກຊີ
9
180
7000
1 260 000
4
ຜັກສະລັດ
27
351
8000
2 808 000
5
ຜັກບົ່ວ
12
84
10 000
840 000
6
ໝາກເພັດ
36
1 008
12 000
12 096 000

ລວມທັງໝົດ



19 044 000 ກີບ




5.3.2  ລາຍຈ່າຍ
ລາຍຈ່າຍນີ້ແມ່ນຈະໄດ້ເວົ້າເຖິງຕົ້ນທຶນໃນການຜະລິດທີ່ໃຊ້ຈ່າຍເຂົ້າໃນການເຮັດກະສິກໍາເທົ່ານັ້ນສ່ວນວ່າຕົ້ນທຶນທີ່ໃຊ້ຈ່າຍເຂົ້າໃນການລ້ຽງສັດ ແລະ ປູກຕົ້ນໄມ້ນັ້ນຈະບໍ່ໄດ້ເວົ້າເພາະວ່າການຜະລິດພວກນີ້ແມ່ນບໍ່ໄດ້ຜະລິດອອກຈໍາໜ່າຍໃຫ້ມີຜົນຕອບແທນດ້ານເສດຖະກິດຈຶ່ງບໍ່ໄດ້ເວົ້າເຖິງ, ສໍາລັບຕົ້ນທຶນໃນການຜະລິດນີ້ຈະມີຢູ່ 2 ຕົ້ນທຶນຄື: ທຶນຄົງທີ່ ແລະ ທຶນໝູນວຽນ
ກ. ທຶນຄົງທີ່
ທຶນຄົງທີ່ແມ່ນ ທຶນທີ່ເຮົາຊື້ເຄື່ອງມືອຸປະກອນຕ່າງທີ່ສາມາດນໍາໃຊ້ໄດ້ເປັນເວລາຍາວນານເພຶ່ອມາຮັບໃຊ້ເຂົ້າໃນການຜະລິດເຊັ່ຄົງທີ່ນວ່າ: ຈົກ, ຊ້ວນ... ທຶນນີ້ຈະບໍ່ໄດ້ໄລ່ຄ່ານໍ້າທີ່ຈະເອົາໄປຫົດສວນຕ່າງໆນັ້ນເລີຍ
ຕາຕະລາງ 2 : ລາຍຈ່າຍຂອງທຶນຄົງທີ່ທີ່ໃຊ້ເຂົ້າໃນການຜະລິດ
ລໍາດັບ
ຊະນິດອຸປະກອນ
ຈໍານວນ
ຫົວໜ່ວຍ
ລາຄາ(ກີບ)
ລວມເປັນເງີນ
1
ໜ່າງຢາງໃຫຍ່
40
ແມັດ
15 000
600 000
2
ໜ່າງຢາງນ້ອຍ
80
ແມັດ
18 000
1 440 000
3
ໜ່າງເຫຼັກ
40
ແມັດ
25 000
1 000 000
4
ຈົກ
2
ດວງ
55 000
110 000
5
ຊ້ວນ
1
ດວງ
50 000
50 000
6
ສຽມ
2
ດວງ
25 000
50 000
7
ແວກ
2
ດວງ
25 000
50 000
8
ບົວຫົດສວນເຫຼັກ
1
ໜ່ວຍ
12 000
12 000
9
ຊາມໂຕ່ງນ້ຳ
1
ໜ່ວຍ
75 000
75 000
10
ທໍ່ນໍ້າຢາງ
45
ແມັດ
10 000
450 000
11
ບົວຫົດສວນຢາງ
1
ໜ່ວຍ
15 000
15 000

ລວມທັງໝົດ



3 852 000 ກີບ




ຂ. ທຶນໝູນວຽນ
ທຶນໝູນວຽນແມ່ນ ທຶນທີ່ເຮົາຊື້ເຄື່ອງມືອຸປະກອນຕ່າງໆທີ່ເຂົ້າມາຮັບໃຊ້ເຂົ້າໃນການຜະລິດໄດ້ພຽງຊົ່ວຄາວ ຫຼື ວ່າຮັບໃຊ້ໄດ້ພຽງແຕ່ເທຶ່ອດຽວຂອງການຜະລິດ ຫຼັງຈາກເຮັດແລ້ວໆຖ້າຫາກວ່າຈະເຮັດເທຶ່ອໃໝ່ກໍ່ຈະຕ້ອງໄດ້ຊື້ອີກໃໝ່ ຈະເປັນແບບນີ້ໄປເລື້ຶອຍບໍ່ມີສິ້ນສຸດເພີ່ນຈຶ່ງເອີ້ນວ່າທຶນໝູນວຽນ
ຕາຕະລາງ 3: ລາຍຈ່າຍຂອງທຶນໝູນວຽນທີ່ຊື້ເຂົ້າມາຮັບໃຊ້ໃນການຜະລິດໜຶ່ງລະດູການທີ່ຜ່ານມາ
ລໍາດັບ
ຊະນິດ
ຈໍານວນ
ຫົວໜ່ວຍ
ລາຄາ ( ກີບ )
ລວມເປັນເງີນ (ກີບ)
1
ແກ່ນຜັກກາດ
25
ກະປ໋ອງ
3 000
75 000
2
ແກ່ນຜັກຊີ
20
ຊອງ
3 000
60 000
3
ແກ່ນຫອມປ້ອມ
20
ຊອງ
3 000
60 000
4
ແນວຜັກບົ່ວ
3
ກິໂລ
10 000
30 000
5
ແນວຜັກກະທຽມ
1
ກິໂລແຫ້ງ
35 000
35 000
6
ແກ່ນຜັກສະລັດ
13
ກະປ໋ອງ
3 000
39 000
7
ພັນໝາກເພັດ
2
ກິໂລແຫ້ງ
55 000
110 000
8
ຫົວຊິງໄຄ
2
ກິໂລ
5 000
10 000

ລວມທັງໝົດ



419 000 ກີບ

ສໍາລັບຕົ້ນທຶນທັງໝົດຂອງການຜະລິດກະສິກໍາໃນຄັ້ງນີ້ຂອງ ແມ່ຕູ້ ບຸນມີ ຕາມະຍົດ ແມ່ນ ເອົາຕົ້ນທຶນຂອງທຶນຄົງທີ່ກັບຕົ້ນທຶນຂອງທຶນໝູນວຽນມາບວກເຂົ້າກັນເຊິ່ງຈະໄດ້ດັ່ງນີ້:
ຕົ້ນທຶນທັງໝົດ =  ຕົ້ນທຶນຂອງທຶນຄົງທີ່ + ຕົ້ນທຶນຂອງທຶນໝູນວຽນ
       = 3 852 000 ກີບ + 419 000 ກີບ = 4 271 000 ກີບ
       = 4 271 000 ກີບ



5.3.3  ກໍາໄລ
ກໍາໄລແມ່ນ ເງີນທີ່ໄດ້ຈາກການຜະລິດຂອງລາວທັງໝົດພາຍໃນສວນ ໂດຍການຫັກອອກຈາກລາຍໄດ້ທັງໝົດຂອງການຜະລິດກະສິກໍາແລ້ວມາລົບໃຫ້ກັບຕົ້ນທຶນທີ່ໃຊ້ໃນການຜະລິດ ເຫຼືອຫຼາຍນ້ອຍເທົ່າໃດນັ້ນເພີ່ນເອີ້ນວ່າກໍາໄລ ເຊິ່ງວ່າກໍາໄລຂອງການເຮັດສວນຂອງລາວໃນລະດູການທີ່ຜ່ານມານີ້ແມ່ນ :
ກໍາໄລ = ລາຍໄດ້ທັງໝົດ - ຕົ້ນທຶນທັງໝົດ
      = 19 044 000 ກີບ – 4 271 000 ກີບ = 14 773 000 ກີບ
       = 14 773 000 ກີບ

ດ້ານສິ່ງແວດລ້ອມນີ້ແມ່ນຈະບໍ່ໄດ້ລົງເລິກ ແລະ ສຶກສາລະອຽດ ແຕ່ກໍ່ສາມາດຮັບຮູ້ ແລະ ບອກໄດ້ວ່າການກະສິກໍາ - ປ່າໄມ້ ຂອງລາວນີ້ແມ່ນເຮັດໄດ້ດີພໍສົມຄວນເພາະວ່າການຜະລິດຂອງລາວນີ້ແມ່ນບໍ່ໄດ້ໃຊ້ສານເຄມີເຂົ້າຊ່ວຍໃນການຜະລິດເລີຍໃນແຕ່ລະຂັ້ນຕອນຂອງການຜະລິດ, ນອກນັ້ນຍັງໄດ້ປູກຕົ້ນໄມ້ເພຶ່ອບົດບັງລົມ, ບົດບັງສຽງ ແລະ ດູດຊື່ມຊັບເອົາອາກາດທີ່ບໍ່ດີແລ້ວປ່ອຍອາກາດທີ່ບໍລິສຸດອອກມາ



ຜ່ານການສຶກສາຂ້າງເທິງທີ່ຜ່ານສາມາດຮັບຮູ້ ແລະ ສະຫຼຸບໄດ້ດັ່ງນີ້:
- ການກະສິກໍາ - ປ່າໄມ້ ຂອງແມ່ຕູ້ ບຸນມີ ຕາມະຍົດ ນີ້ໄດ້ມີການນໍາໃຊ້ທີ່ດິນແບບປະສົມປະສານໄດ້ຢ່າງມີປະສິດທິພາບສ່ວນໜຶ່ງລ້ອມຮົ້ວໃຊ້ສໍາລັບລ້ຽງສັດຄື: ລ້ຽງເປັດ ແລະ ລ້ຽງໄກ່ຕາມກ້ອງຕົ້ນໄມ້ ແລະ ອີກສ່ວນທີ່ສອງແມ່ລາວໄດ້ປູກພືດກະສິກໍາໃສ່ຕາມກ້ອງຕົ້ນໄມ້ເພື່ອເປັນອາຫານ ແລະ ສ່ວນທີ່ເຫຼືອນັ້ນກໍ່ສາມາດນໍາໄປຂາຍຢູ່ຕາມຕະຫຼາດໄດ້
- ດ້ານເຕັກນິກຂອງການກະສິກໍານີ້ລາວໄດ້ມີເຕັກນິກທີ່ດີສໍາລັບພືດທີ່ລາວປູກ ແລະ ການຜະລິດຂອງລາວນີ້ກໍ່ເປັນການຜະລິດທີ່ປອດສານເຄມີໂດຍທີ່ໃຊ້ແຕ່ຝຸ່ນຄອກ ແລະ ຝຸ່ນຊີວະພາບເທົ່ານັ້ນ
- ສໍາລັບດ້ານເສດຖະກິດຂອງລາວນີ້ແມ່ນສະຫຼຸບໄດ້ດັ່ງນີ້
·  ຕົ້ນທຶນທັງໝົດຂອງການຜະລິດກະສິກໍາໃນຄັ້ງນີ້ຂອງ ແມ່ຕູ້ ບຸນມີ ຕາມະຍົດ ແມ່ນ
= 4 271 000 ກີບ
·  ລາຍຮັບທີ່ໄດ້ໃນການຜະລິດທັງໝົດຄັ້ງນີ້ແມ່ນ = 19 044 000 ກີບ
·  ລາຍໄດ້ທັງໝົດຫຼັງຈາກຫັກຕົ້ນທຶນອອກແລ້ວແມ່ນ = 14 773 000 ກີບ

- ຜ່ານການສຶກສາຕົວຈິງຈາກການເກັບຂໍ້ມູນທີ່ຜ່ານມາຢາກສະເໜີເເນະມາຍັງຜູ້ທີ່ຢາກຈະເຮັດກ່ຽວກັບການຜະລິດກະສິກໍາ - ປ່າໄມ້ ນີ້ຄວນຈະເອົາການຜະລິດຂອງແມ່ຕູ້ ບຸນມີ ຕາມະຍົດ ນີ້ໄປເປັນຕົວຢ່າງ
- ຢາກສະເໜີຕໍ່ກັບຜູ້ທີ່ຈະສຶກສາກ່ຽວກັບການຜະລິດກະສິກໍາ - ປ່າໄມ້ນີ້ ຄວນຈະໄດ້ມີການຄໍານຶງເຖິ່ງດ້ານສິ່ງແວດລ້ອມຂອງການຜະລິດໄປນໍາ
- ຢາກສະເໜີຕໍ່ກັບຜູ້ທີ່ຈະສຶກສາຕໍ່ປື້ມຫົວນີ້ຖ້າຮາກວ່າພົບຂໍ້ຜົກຜ່ອງ ແລະ ຂໍ້ມູນຫາກຄາດຫາຍບໍ່ຄົບຖ້ວນບ່ອນໃດໃຫ້ຫາຂໍ້ມູນມາເພີ່ມເຕີມແລ້ວປະກອບເຂົ້າໃຫ້ຄົບຖ້ວນ ແລະ ສົມບູນແບບດ້ວຍ.

ເອກະສານອ້າງອີງ

¡ö©Ï¾¨-¸È¾-©É¸¨-¡½¦ò¡¿, 1998.
¡ö©Ï¾¨-¸È¾-©É¸¨-ê†-©ò­, 2003.
Á¡É¸-¯½-À¦ó© ¥¿¯¾-Á©¤ ²Éº´-£½­½, 2005. ¡¾­-©¿-À­ó­-¡¾­-°½ìò©-¡½¦ò¡¿-ªÒ-À­ˆº¤-Á®®-¯½¦ö´-¯½¦¾­-ê¿-´½-§¾©-ê†-³¾-´¦ó-¹¾-¥ñ¡ ®É¾­-©ö¤-­¾-꺤, -À´õº¤-¦ó-£©-ª½®º¤, -­½£º­Í¸¤-¸¼¤-¥ñ­.
ຟາມທອງສຸວັນນີ
ìñ©¦½Ïó -À´¡¦½¹¸ñ­ ²Éº´-£½­½, 2006. ¡¾­-¯½-À´ó­-°ö­-¯½-¹¨-©¢º¤-¡¾­-­¿-çÉì½®ö®-¡½¦ò¡¿-Á®®-¯½¦ö´-¯½¦¾­-í-À­œºê†-¦¸­-£ö¸(¦¸­-®É¾­)®É¾­-¦ò­-ħ, -À´õº¤-¯¾¡-§ñ­, -Á¢¸¤-®ðìò-£¿-ħ.

















IMG-20161226-WA0027.jpg,IMG-20161226-WA0025.jpg
ເຈົ້າຂອງສວນ ແລະ ເຈົ້າຂອງບົດ

 
IMG-20161226-WA0023.jpg,IMG-20161226-WA0022.jpg,IMG-20161226-WA0020.jpg,IMG-20161226-WA0016.jpg
ລັກສະນະ ແລະ ຮູບແບບຂອງການປູກ
 












 

IMG-20161226-WA0032.jpg,IMG-20161226-WA0031.jpg,IMG-20161226-WA0030.jpg,IMG-20161226-WA0029.jpg,IMG-20161226-WA0017.jpg,ສະພາບລວມຂອງສວນ
 


IMG-20161226-WA0033.jpg,IMG-20161226-WA0028.jpg,IMG-20161226-WA0026.jpg,IMG-20161226-WA0021.jpg,IMG-20161226-WA0001.jpg
ສະພາບ ແລະ ລັກສະນະຂອງພືດບາງສ່ວນທີ່ໃຫຍ່ແລ້ວ

IMG-20161226-WA0037.jpg
IMG-20161226-WA0036.jpg,IMG-20161226-WA0034.jpg
ສະພາບຂອງສວນແຕ່ລະຝາກທາງເຂົ້າ

 


ສາລະບານ