ບ້ານໜອງຂອນເປັນບ້ານໜຶ່ງເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ ຂອງເມືອງ ໂພນໂຮງ ແລະ ແຂວງ
ວຽງຈັນ. ປະຊາຊົນສ່ວນໃຫຍ່ແມ່ນດຳລົງຊີວິດຕາມທຳມະຊາດເຊິ່ງຢຶດເອົາອາຊີບເຮັດນາ,ລ້ຽງສັດ ເປັນຕົ້ນຕໍ ແລະ ເຮັດສວນເປັນສຳຮອງ.
ນອກຈາກນີ້ບ້ານດັ່ງກ່າວຍັງມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນເຊັ່ນ: ດິນ, ປ່າໄມ້ ແລະ ຍັງມີແຫຼ່ງນ້ຳທີ່ສຳຄັນເຊັ່ນ: ນ້ຳແຈ້ງ, ນ້ຳກໍ່າ,ນ້ຳພະນາຍ, ນ້ຳພະເຈົ້າ, ຫ້ວຍຜັກຄະ, ຫ້ວຍເຮ້ຍ
ແລະ
ກໍ່ຍັງມີປ່າໄມ້ທີ່ອຸດົມສົມບູນຂອງບ້ານ.
ວຽກງານຈັດສັນທີ່ດິນ ແລະ ມອບດິນ-ມອບປ່າ ເປັນວຽກງານໜຶ່ງທີ່ສຳຄັນທີ່ໄດ້ມີການຈັດແບ່ງເພື່ອນຳໃຊ້ ຊັບພະຍາກອນທຳມະຊາດ ໃຫ້ເໝາະສົມ ແລະ ນຳໃຊ້ທີ່ດິນໃຫ້ຖືກຕ້ອງແບບຢືນຢົງ ຊ່ວຍລຸດຜ່ອນການຖາງປ່າເຮັດໄຮ່ແບບເລື່ອນລອຍ ທີ່ເປັນສາເຫດເຮັດໃຫ້ດິນເກີດການເຊາະເຈື່ອນ ແລະ ເນື້ອທີ່ປ່າໄມ້ລຸດລົງ , ຕົ້ນນ້ຳລຳທານບົກແຫ້ງ. ສະນັ້ນວຽກງານມອບດິນ-ມອບປ່າ ຈຶ່ງເປັນວຽກງານທີ່ສຳຄັນນອນຢູ່ໃນວຽກງານບູລິມະສິດຂອງລັດຖະບານ ຕົ້ນຕໍແມ່ນເພື່ອເລັ່ງໃສ່ຊີວິດການເປັນຢ່øຂອງປະຊາຊົນໃນເຂດຊົນນະບົດນັບມື້ນັບດີຂື້ນ ເຮັດໃຫ້ບ້ານ, ຄອບຄົວມີການນຳໃຊ້, ຄຸ້ມຄອງທີ່ດິນ ແລະ ປ່າໄມ້. ຈັດສັນອາຊີບຄົງທີ່ໃຫ້ເຂົາເຈົ້າມີເຂດທຳການຜະລິດກະສິກຳ ແລະ ບ່ອນທຳມາຫາກິນແບບຖາວອນ. ໃນໄລຍະຜ່ານມາວຽກງານດັ່ງກ່າວເຫັນວ່າພັກ-ລັດຖະບານໄດ້ເອົາໃຈໃສ່ ແລະ ຮີບຮ້ອນຈັດຕັ້ງປະຕິບັດວຽກງານຈັດສັນທີ່ດິນ ແລະ ມອບດິນມອບປ່າໃຫ້ມີປະສິດຕິຜົນດີຂື້ນ.
ເຫັນໄດ້ຄວາມສຳຄັນຂອງວຽກງານການຈັດສັນທີ່ດິນ ແລະ ມອບດິນ-ມອບປ່າໂດຍສະເພາະແມ່ນການແກ້ໄຂບັນຫາ ແລະ ແບ່ງປັນທີ່ດິນກະສິກຳ ເພື່ອການຜະລິດໃຫ້ແກ່ຄອບຄົວ ແລະ ແບ່ງເຂດການນຳໃຊ້ທີ່ດິນຂອງບ້ານເພື່ອຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ອີກອັນໜຶ່ງຈະໄດ້ກວດຄືນສະພາບເສດຖະກິດ-ສັງຄົມຂອງບ້ານ ວ່າປະຊາຊົນເຮັດຫຍັງ ແລະ ກິດຈະກຳຫຼັງການມອບດິນ-ມອບປ່າມີຊີວິດການເປັນຢູ່ດີຂື້ນ
ຫຼື ບໍ່. ວຽກງານຈັດສັນທີ່ດິນທຸກຕອນທີ່ມີການມອບດິນ-ມອບປ່າຜ່ານມາໃຊ້ເຂົ້າໃນການກະສິກຳຕ່າງໆ
ໄດ້ແບບມີປະສິດຕິຜົນ ແລະ ຍືນຍົງ ຫຼື ບໍ່
ນີ້ເປັນເຫດຜົນຫຼັກໃນການສຶກສາການປະເມີນໃນຄັ້ງນີ້.
Ø ເພື່ອຢາກຮູ້ການນໍາໃຊ້ທີ່ດິນຂອງປະຊາຊົນພາຍຫຼັງ
ແລະ ກ່ອນມີການມອບດິນ-ມອບປ່າ
ການສຶກສາຄັ້ງນີ້ແມ່ນໄດ້ສຶກສາຢ່øບ້ານກ່÷ມເປົ້າໝາຍຄື: ບ້ານ ໜອງຂອນ ເມືອງ ໂພນໂຮງ ແຂວງ ວຽງຈັນ.ໂດຍໄດ້ສຶກສາພຽງແຕ່ການນໍາໃຊ້ທີ່ດິນຂອງປະຊາຊົນພາຍໃນບ້ານນັ້ນວ່າມີການນໍາໃຊ້ທີ່ດິນແບບໃດ,
ມີການຈັດສັນທີດິນກັນແບບໃດພາຍຫຼັງມີການມອບດິນ-ມອບປ່າ ແລະ
ກ່ອນໜ້າທີ່ມີການມອບດິນ-ມອບປ່າ, ເພື່ອມາສົມທຽບກັນວ່າມີຄວາມແຕກຕ່າງກັນຫຼາຍໜ້ອຍປານໃດ
- ທີ່ດິນ:
ໝາຍເຖິງເນື້ອທີ່ຂອງທີ່ດິນເຊິ່ງປະກອບດ້ວຍໜ້າດິນ, ເນື້ອດິນ, ພູຜາ ແລະ ລວມທັງດິນພື້ນນ້ຳ, ຫ້ວຍໜອງຄອງບຶງຕ່າງ
- ປ່າໄມ້: ໝາຍເຖິງຊັບພະຍາກອນອັນລ້ຳຄ່າຂອງຊາດເຊິ່ງປະກອບດ້ວຍພືດພັນນານາຊະນິດທີ່ເກີດຂື້ນຢູ່ຕາມທຳມະຊາດ ຫຼື ປູກຂື້ນ. ການຄົງຕົວຂອງພວກມັນເປັນສິ່ງຈຳເປັນຕໍ່ການປົກປັກຮັກສາສິ່ງແວດລ້ອມ ແລະ ການດຳລົງຊີວິດຂອງປະຊາຊົນອີກດ້ວຍ ແລະ
ປ່າໄມ້ແມ່ນການຢູ່ລວມກັນຂອງຕົ້ນໄມ້ຫຼາຍໆຕົ້ນເຊິ່ງມີເຮືອນຍອດປົກຫຸ້ມຢ່າງໜ້ອຍ 20%
ຂື້ນໄປ ແລະ ມີເນື້ອທີ່ກວມ 0.5 ເຮັກຕ້າຂື້ນໄປເອີ້ນວ່າປ່າໄມ້.
- ການນຳໃຊ້ທີ່ດິນ:
ໝາຍເຖິງການນຳໃຊ້ທີ່ມີຄຸນຄ່າໂດຍການນຳໃຊ້ທີ່ດິນ ທີ່ມີຄວາມໝັ້ນຄົງຖາວອນເຊັ່ນ: ການເຮັດໄຮ່, ເຮັດສວນ, ເຮັດນາ ແລະ ທຸລະກິດຕ່າງໆ.
- ການຈັດສັນທີ່ດິນ: ໝາຍເຖິງການແບ່ງປະເພດທີ່ດິນ ແລະ ການສ້າງແຜນທີ່ດິນລວມໃນຂອບເຂດທົ່ວປະເທດແລ້ວມອບໃຫ້ພາກສ່ວນທີ່ກ່ຽວຂ້ອງກໍຄືອຳນາດການປົກຄອງທ້ອງຖິ່ນເປັນຜູ້ຄ້÷ມຄອງ.
ປະຈຸບັນ ພາຍຫຼັງທີ່ໄດ້ປະກາດໃຊ້ດຳລັດຂອງສະພາລັດຖະມົນຕີ ສະບັບເລກທີ 11/ປສລ ລົງວັນທີ 05/10/1989 ວ່າດ້ວຍການຄຸ້ມຄອງການນຳໃຊ້ທີ່ດິນ ແລະ ປ່າໄມ້, ຂໍ້ກຳນົດຊົ່ວຄາວວ່າດ້ວຍການຄຸ້ມຄອງການນຳໃຊ້ທີ່ດິນກະສິກຳ-ປ່າໄມ້ ໃນ ສປປ ລາວ ສະບັບລົງວັນທີ 22/03/1989, ດຳລັດວ່າດ້ວຍການມອບດິນ-ມອບປ່າ ອີງຕາມກອງປະຊຸມໃຫຍ່ຄັ້ງທີ IV – V ຂອງພັກວ່າດ້ວຍນະໂຍບາຍມອບດິນ-ມອບປ່າ. ແຕ່ສ່ວນໃຫຍ່ເລັ່ງໃສ່ການກຳນົດທີ່ດິນ ແລະ ປ່າໄມ້ໃຫ້ບ້ານປົກຄອງນຳໃຊ້ການຈັດຕັ້ງປະຕິບັດການມອບດິນ-ມອບປ່າ ສາມາດແບ່ງອອກເປັນ 3 ໄລຍະຄື: ໄລຍະທີໜື່ງ ແຕ່ປີ 1990- 1993 ,ໄລຍະທີສອງ ແຕ່ປີ 1993-1994, ໄລຍະທີສາມ ແຕ່ປີ1994 – 1995 (ປີ1994 –1995) ແຂວງ ໄຊຍະບູລີ ໄດ້ລິເລີ່ມການມອບດິນ-ມອບປ່າ ຄຽງຄູ່ກັບການກໍ່ສ້າງຂະບວນການຮາກຖານ ການເມືອງໃນແຕ່ລະບ້ານ.
ມາດຕາ 1 : ໜ້າທີ່ຂອງກົດໝາຍປ່າໄມ້
ກົດໝາຍສະບັບນີ້ໄດ້ກຳນົດລະບຽບຫຼັກການ ແລະ ມາດຕາກ່ຽວກັບການປົກປັກຮັກສາການນຳໃຊ້ຊັບພະຍາກອນປ່າໄມ້ ແລະ ທີ່ດິນປ່າໄມ້ ສົ່ງເສີມ, ພື້ນຟູ ແລະ ຂະຫຍາຍເນື້ອທີ່ປ່າໄມ້ຢ່øສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ລາວໄດ້ແນໃສ່ໃຫ້ທຳມະຊາດມີຄວາມອຸດົມສົມບູນເຮັດໃຫ້ປ່າໄມ້ເປັນແຫຼ່ງທຳມາຫາກິນ
ໂດຍບໍ່ບົກແຫ້ງຈັກເທື່ອ. ເພື່ອປົກປັກຮັກສາແຫຼ່ງນ້ຳ, ປ້ອງກັນ ການເຊາະເຈື່ອນ
ແລະ
ຮັກສາ ພັນພືດ, ພັນສັດ, ສັດປ່າ ແລະ ສິ່ງແວດລ້ອມ.
ມາດຕາ 9 : ການແບ່ງປະເພດປ່າໄມ້
ປ່າໄມ້ຢ່ø ສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ ໄດ້ແບ່ງອອກເປັນ 3 ປະເພດເພື່ອ ການປົກປັກຮັກສາ ແລະ ການພັດທະນາຄື:
·
ປ່າປ້ອງກັນ
·
ປ່າສະຫງວນ
·
ປ່າຜະລິດ
ການມີສ່ວນຮ່ວມຂອງປະຊາຊົນແມ່ນ ການທີ່ເຮົາໃຫ້ປະຊາຊົນ ທຸກຄົນ, ທຸກຄອບຄົວ ໄດ້ມີສ່ວນຮ່ວມໃນການບໍລິຫານ, ວິເຄາະບັນຫາ, ການຕັດສິນບັນຫາ ແລະ ວິທີແກ້ໄຂບັນຫາລວມ ທັງການດຳເນີນວຽກງານ , ການປະເມີນຜົນ…
- ພັກ - ລັດຖະບານເຮົາຍາມໃດກໍ່ເປັນຫ່ວງເປັນໄຍ ຕໍ່ກັບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຢ່øສະເໝີ ດ້ວຍຄວາມເປັນຫ່ວງເປັນໄຍ ພັກ - ລັດຖະບານຈຶ່ງມີແນວທາງອັນຖືກຕ້ອງ ແລະ ສອດຄ່ອງເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນເທື່ອລະກ້າວ ໂດຍກຳນົດເປັນແຜນງານຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ການຈັດສັນອາຊີບຄົງທີ່ໃຫ້ເຂົາເຈົ້າຊອກບ່ອນທຳມາຫາກິນໃຫ້ປະຊາຊົນ (ຄຳສັ່ງເລກທີ 003/ນຍ)
- ການຄ້÷ມຄອງ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດຄື: ຊັບພະຍາກອນປ່າໄມ້ ແລະ ແຫຼ່ງນ້ຳຢ່າງມີປະສິດຕິຜົນສູງ. ປົກປັກຮັກສາສະພາບແວດລ້ອມ ແລະ ຄວາມອຸດົມສົມບູນຂອງທຳມະຊາດ ເພື່ອຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍໂດຍຫັນມາເຮັດການຜະລິດແບບຄົງທີ່, ແນໃສ່ຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນບັນດາເຜົ່າ ໃຫ້ມີບ່ອນທຳມາຫາກິນອີ່ມນໍາສຳລານ (ບົດນຳ 0822/ບກ).
ໃນການລົງສຶກສາການນໍາໃຊ້ທີ່ດິນກ່ອນ
ແລະ ຫຼັງມີການມອບດິນ-ມອບປ່າ ຄັ້ງນີ້ແມ່ນໄດ້ລົງສຶກສາຢ່ø
ບ້ານ ໜອງຂອນ ເມືອງໂພນໂຮງ ແຂວງວຽງຈັນ. ຢູ່ລະຫວ່າງເສັ້ນຂະໜານທີ………ອົງສາ……… ລິບດາ……..ວິລິບດາ…………….. ແລະ………. ເສັ້ນແວງທີ………ອົງສາ…………ລິບດາ………….ວິລິບດາ.
ເຊິ່ງມີຂອບເຂດຊາຍແດນແຕ່ລະທິດຕິດກັບແຕ່ລະສະຖານທີ່ດັ່ງນີ້:
- ທິດເໜືອຕິດກັບບ້ານ……………….
- ທິດໃຕ້ຕິດກັບບ້ານ………………….
- ທິດຕາເວັນອອກຕິດກັບບ້ານ………..
- ທິດຕາເວັນຕົກຕິດກັບບ້ານ…………
- ຟອມບັນທຶກ
- ຟອມສໍາພາດ
- ບິກ
- ສໍດໍາ
- ກ້ອງຖ່າຍຮູບ
- ເຈ້ຍA4
- USB
- Computer
ສໍາລັບວິທີການສຶກສາຄັ້ງນີ້ແມ່ນໄດ້ສຶກສາທັງໝົດ
2 ວິທີຄື: ການສຶກສາຂໍ້ມູນມືໜຶ່ງ ( ລົງພາກສະໜາມຕົວຈິງ ) ແລະ ການສຶກສາຂໍ້ມູນມືສອງ (
ພາກຫ້ອງການ )
ກ. ການສຶກສາຂໍ້ມູນມືໜຶ່ງ ( ລົງພາກສະໜາມຕົວຈິງ )
ໃນການລົງເກັບກໍາຂໍ້ມູນຢູ່ພາກສະໜາມໃນຄັ້ງນີ້ເພຶ່ອໃຫ້ບັນລຸຜົນຕາມຄາດໝາຍທີ່ໄດ້ວາງໄວ້ນັ້ນແມ່ນໄດ້ສຶກສາຕາມຂັ້ນຕອນດັ່ງນີ້:
ການສອບຖາມອໍານາດການປົກຄອງບ້ານ, ໜ່ວຍງານປ່າໄມ້ບ້ານ ແລະ
ໜ່ວຍງານທີ່ດິນບ້ານກ່ຽວກັບສະພາບທົ່ວໄປຂອງບ້ານ, ປະເພດການນໍາໃຊ້ທີ່ດິນຂອງບ້ານ, ຮູບແບບການຈັດຕັ້ງໃນການຄຸ້ມຄອງທີ່ດິນຂັ້ນບ້ານ,
ຮູບແບບການຖືຄ້ອງທີ່ດິນ ແລະ
ກໍາມະສິດໃນການຖືຄ້ອງທີ່ດິນຂອງປະຊາຊົນເພື່ອເຮັດໃຫ້ວຽກງານການຄຸ້ມຄອງທີ່ດິນ ແລະ
ວຽກງານການມອບດິ - ມອບປ່າຢືນນານໄດ້
ການສໍາພາດປະຊາຊົນໂດຍສໍາພາດເອົາ 100 ເປີເຊັນ ໝາຍຄວາມວ່າຈະໄດ້ສໍາພາດຈໍານວນຄອບຄົວທັງໝົດພາຍໃນໝູ່ບ້ານ
ໂດຍສໍາພາດປະຊາຊົນໃນສາມສະຖານນະຄອບຄົວ, ຕາມຟອມທີ່ໄດ້ກະກຽມໄວ້ນັ້ນ.ໂດຍຈະຈັດສະຖານະອອກເປັນສາມລະດັບຄື: ຄອບຄົວຮັ່ງມີ, ປານກາງ ແລະ ຍາກຈົນ( ຂາດເຂີນ). ເຊີ່ງວິທີສໍາພາດ ຫຼື
ສອບຖາມແຕ່ລະຄອບຄົວໃນບ້ານນັ້ນແມ່ນຈະໄດ້ເນັ້ນໃສ່ຫົວໜ້າຄອບຄົວເປັນຫຼັກ.
ຂ. ການສຶກສາຂໍ້ມູນມືສອງ ( ພາກຫ້ອງການ )
ໃນການລົງເກັບກໍາຂໍ້ມູນຄັ້ງນີ້ແມ່ນໄດ້ລວບລວມຈາກເອກະສານຈ່າງໆເຊັ່ນ:ຫໍສະໝຸດ, ພາກວິຊາ, ບົດລາຍງານຈົບຊັ້ນທີ່ຜ່ານມາ, ຄໍາແນະນໍາຈາກຄູອາຈານ, ໜັງສືພິມ ແລະ ບົດສະເໜີໂຄງການຈົບຊັ້ນທີ່ກຽ່ວກັບຫົວຂໍ້
ການສົມທຽບການນໍາໃຊ້ທີດິນກອ່ນ ແລະ ຫຼັງມີການມອບດິນ - ມອບປ່າໃຫ້ປະຊາຊົນນໍາໃຊ້, ນອກຈາກນັ້ນແລ້ວຈະທົບທວນເອົາບັນດາເນື້ອຫາທີ່ສໍາຄັນຕ່າງໆຈາກຂໍ້ມູນມືສອງນັ້ນໃຊ້ໃນບົດໂຄງການຈົບຊັ້ນຂອງເຮົາ
ຄ.
ການວິເຄາະຂໍ້ມູນ
ພາຍຫຼັງທີ່ລົງເກັບຂໍ້ມູນມາຈາກຳາກສະໜາມເປັນທີ່ຮຽບຮ້ອຍແລ້ວ,
ຈໍາເປັນຕ້ອງມີການພິຈາລະນາວິເຄາະ ແລະ
ກັ່ນຕອງເອົາຂໍ້ມູນທີ່ເກັບກໍາມາໄດ້ຈາກພາກສະໜາມ, ໂດຍຈະສັງລວມເອົາຂໍ້ມູນທີ່ເປັນຕົວໜັງສື ຫຼື
ຄໍາເວົ້າມາວິເຄາະ, ພ້ອມທັງໄຈ້ແຍກບັນດາເນື້ອຫາຂໍ້ມູນທີ່ໄດ້ເກັບກໍາມາຕ່າງໆນັ້ນເຊັ່ນວ່າ:
ສົບທຽບການນໍາໃຊ້ທີ່ດິນພາຍຫຼັງການມອບດິນ -
ມອບປ່າ, ສົບທຽບຂະໜາດການຖືຂ້ອງທີ່ດິນຂອງປະຊາຊົນກ່ອນ ແລະ
ຫຼັງການມອບດິນ - ມອບປ່າໃຫ້ປະຊາຊົນນໍາໃຊ້,
ແລ້ວມາອະທິບາຍ ຫຼື ບັນຢາຍທຸກເນື້ອຫາສາລະ ແລະ
ຫາຂໍ້ສະຫຼຸບມາຮຽບຮຽງເປັນບົດຄົ້ນຄ້ວາຂື້ນມາ. ນອກນັ້ນຂໍ້ມູນທາງດ້ານປະລິມານນັ້ນຈະສົມທຽບກັບການນໍາໃຊ້ທີ່ດິນໃນແຕ່ລະປະເພດກ່ອນ
ແລະ ຫຼັງມີການມອບດິນ - ມອບປ່າໂດຍໃຊ້ຕາຕະລາງສ່ວນທີ່ເປັນຂໍ້ມູນດິບ,
ຂໍ້ມູນທີ່ເກັບກໍາມາໄດ້ຈາກພາກສະໜາມທີ່ສາມາດເປັນຕົວຊີ້ວັດໃນການວິເຄາະໂດຍການນໍາໃຊ້ເຄື່ອງຈັກຄິດໄລ່ເຊັ່ນວ່າ:
Micosoft
– Excel ໃນການວິເຄາະຂໍ້ມູນຕ່າງໆ
ການສຶກສາຄັ້ງນີ້ແມ່ນໄດ້ລົງເກັບກໍາຂໍ້ມູນຫຼາຍຮູບແບບບໍ່ວ່າຈະເປັນການລົງເກັບກໍາຂໍ້ມູນທາງພາກສະໜາມ
ແລະ ພາກຫ້ອງການ, ສາມາດຄາດຄະເນໄດ້ວ່າຈະໄດ້ຮູ້ດັ່ງນີ້ຄື:
-
ຈະໄດຮູ້ເຖິງການນໍາໃຊທີ່ດິນຂອງປະຊາຊົນພາຍໃນບ້ານວ່າມີການໍາໃຊ້ທີ່ດິນກັນແນວໃດກ່ອນ
ແລະ ຫຼັງມີການມອບດິນ-ມອບປ່າ
-
ອາດຈະໄດ້ຮູ້ເຖິງຄວາມແຕກຕ່າງຈາກການນໍາໃຊ້ທີ່ດິນກ່ອນ
ແລະ ຫຼັງມີການມອບດິນ-ມອບປ່າ
-
ອາດເປັນໄປໄດ້ເຖິງຜົນກະທົບຂອງປະຊາຊົນພາຍຫຼັງມີການມອບດິນມອບປ່າ
ລ/ດ
|
ໜ້າວຽກ
|
9
|
10
|
11
|
12
|
1
|
2
|
3
|
4
|
5
|
6
|
7
|
8
|
1
|
ສະເໜີຫົວບົດໄປຍັງພາກວິຊາ
|
|
|
|
|
|
|
|
|
|
|
|
|
2
|
ຂຽນບົດສະເໜີຄົ້ນຄ້ວາ
|
|
|
|
|
|
|
|
|
|
|
|
|
3
|
ປ້ອງກັນບົດສະເໜີຄົ້ນຄ້ວາ
|
|
|
|
|
|
|
|
|
|
|
|
|
4
|
ລົງເກັບຂໍ້ມູນພາກສະໜາມ
|
|
|
|
|
|
|
|
|
|
|
|
|
5
|
ວິເຄາະຂໍ້ມູນ ແລະ ຂຽນບົດ
|
|
|
|
|
|
|
|
|
|
|
|
|
6
|
ສົ່ງບົດ ແລະ ກຽມປ້ອງກັນ
|
|
|
|
|
|
|
|
|
|
|
|
|
7
|
ປ້ອງກັນບົດ
|
|
|
|
|
|
|
|
|
|
|
|
|
ລໍາດັບ
|
ລາຍການ
|
ລາຄາ(ກີບ)
|
ຈໍານວນ
|
ລວມຍອດ(ກີບ)
|
1
|
ເຈ້ຍA4
|
35 000
|
1 ຕັບ
|
35
000
|
2
|
ບິກ, ສໍດໍາ
|
2
000
|
10 ກ້ານ
|
20
000
|
3
|
ປື້ມບັນທຶກ
|
10
000
|
2 ຫົວ
|
20
000
|
4
|
ແຜ່ນໃສ,ແຜ່ນດ໋ອດ
|
2
500
|
10 ແຜ່ນ
|
25
000
|
5
|
ຟອມສໍາພາດ
|
1
000
|
100
ສຸດ
|
100
000
|
6
|
USB
|
90 000
|
1 ອັນ
|
90 000
|
7
|
ຄ່າປິ້ນບົດ
|
1
000
|
200
ໜ້າ
|
200
000
|
8
|
ອັດຕາກິນພາກສະໜາມ
|
40
000
|
60 ວັນ
|
2
400 000
|
9
|
ຄ່າເດີນທາງ
|
50
000
|
1 ຖ່ຽວ
|
100
000
|
10
|
ເງີນສໍາຮອງ
|
200
000
|
1 ງວດ
|
200
000
|
11
|
ແລ່ນເອກະສານຕ່າງໆ
|
200
000
|
|
200
000
|
|
ລວມ
|
|
|
3 390 000
|
ກົດໝາຍປ່າໄມ້ສະບັບປັບປຸງໃໝ່, 2008.
ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງໃໝ່ 2009
ການມອບດິນ-ມອບປ່າ ແບບມີສ່ວນຮ່ວມໃນເຂດປ່າສະຫງວນແຫ່ງຊາດນ້ຳປຸຍ ຄຳຜາ ສີພັນທອງ, 2001 ການຈັດສັນທີ່ດິນ ແລະ ມອບດິນມອບປ່າ ທີ່ເມືອງເຟືອງ ແຂວງວຽງຈັນ.
ສຳນັກງານນາຍົກລັດຖະມົນຕີ, 1996 ວ່າດ້ວຍການປົກປັກຮັກສາປ່າໄມ້.